ປີໄໝ່ແລ້ວຢ່າເຫັນແກ່ກິນແກ່ຫຼີ້ນ ເຫັນຄົນອື່ນສຳຄັນກ່ອນພໍ່ແມ່ເພາະຍາມຕອນເຮົາລຳບາກກະມີແຕ່ພໍ່ແມ່ທີ່ເບິ່ງເຮົາມາຈົ່ງຕອບແທນເພີ່ນໃນຕອນທີ່ເພີ່ນຍັງຮັບຮູ້ ມັນຈະດີກ່ອນ
ບໍ່ແມ່ນຖ້າໃຫ້ເພີ່ນຈາກໄປແລ້ວຈັງມາຄິດເສຍໃຈພາຍຫຼັງຂ້ອຍກະບໍ່ໄດ້ເປັນຄົນດີສົມບູນດອກ ກະເຄີຍເຮັດໃຫ້ພວກເພີ່ນເສຍໃຈຫຼາຍຄັ້ງ ແຕ່ກະຮູ້ແລະມີສະຕິທຸກຄັ້ງ

ຜິດກະຄືຜິດ ເພາະຂ້ອຍເປັນລູກຜູ້ຊາຍພໍ ໃກ້ຈະສົ່ງທ້າຍປີເກົ່າຕ້ອນຮັບປີໃຫມ່ ກະຂໍອວຍໄຊໃຫ້ພອນບັນດາພໍ່ແມ່ຜູ້ເຖົ້າຜູ້ແກ່ໝູ່ຄູ່ອ້າຍນ້ອງທຸກໆຈົ່ງມີສຸຂະພາບແຂງແຮງ ຢ່າເຈັບຢ່າຈົນ ຜູ້ໃດທີ່ຊັ່ງກັນອີດສາກັນກະສິຂໍອະໂຫສິກຳໃຫ້ໃນປີເກົ່າເດີ ບໍ່ຄຽດບໍ່ຊັ່ງໃຜດອກ ແລ້ວແຕ່ເວນກຳໃຜມັນສຸກກາຍສະບາຍໃຈ ພະທີ່ມີຄ່າ ຄືພະປະຈຳເຮືອນ ສາທຸຸ
