ປີ 2021 ເມືອງຊຽງຮ່ອນ ມີ ອຸ ບັ ດ ເ ຫ ດ ເ ກີ ດ ຂຶ້ນທັງໝົດ 20 ກໍລະນີ

ປີ 2021 ເມືອງຊຽງຮ່ອນ ມີອຸບັດເຫດເກີດຂຶ້ນທັງໝົດ 20 ກໍລະນີ

ຂປລ. ຕາມຂໍ້ມູນຈາກ ກອງຈະລາຈອນ ພະແນກຕຳຫລວດ, ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ໃນປີ 2021 ຢູ່ເມືອງຊຽງຮ່ອນ ມີອຸບັດເຫດຕາມທ້ອງຖະໜົນເກີດຂຶ້ນທັງໝົດ 20 ກໍລະນີ, ມີຜູ້ຖືກຜົນກະທົບ 50 ຄົນ.

_

ຍິງ 10 ຄົນ, ມີພາຫະນະເປ່ເພທັງໝົດ 38 ຄັນ, ມີຄົນໄດ້ຮັບບາດ ເຈັບ 29 ຄົນ ແລະ ມີຜູ້ເສຍຊີວິດ 7 ຄົນ ທຽບໃສ່ປີຜ່ານມາ 2020 ຈຳນວນຜູ້ເສຍຊີ ວິດເພີ່ມຂຶ້ນ 3 ຄົນ, ເຊິ່ງສາເຫດຫລັກທີ່ພາໃຫ້ເກີດອຸບັດເຫດ ກໍຍັງແມ່ນຍ້ອນການດື່ມສິ່ງມຶນເມົາ ແລ້ວຂັບຂີ່ຍານພາຫະນະໄວເກີນກຳນົດ, ປ່ຽນທິດທາງຂັບຂີ່ກະທັນຫັນ ແລະ ອື່ນໆ.

ໃນແຕ່ລະປີ ຢູ່ເມືອງຊຽງຮ່ອນ ມີການສູນເສຍທັງຊີວິດ ແລະ ຊັບສິນ ຍ້ອນອຸບັດ ເຫດເປັນຈຳນວນຫລວງຫລາຍ, ເຊິ່ງບັນຫາອຸບັດເຫດຕາມທ້ອງຖະໜົນ ແມ່ນປະກົດການຫຍໍ້ທໍ້ໃຫຍ່ຫລວງອັນໜຶ່ງ ທີ່ກົດໜ່ວງຖ່ວງດຶງການສ້າງສາພັດທະນາເສດຖະກິດ-ສັງ ຄົມ ຂອງເມືອງ, ມັນເປັນສິ່ງທີ່ໃຜບໍ່ປາຖະໜາໃຫ້ເກີດຂຶ້ນກັບຕົນເອງ ແລະ ຄອບຄົວ.

ແຕ່ບັນຫາດັ່ງກ່າວ, ສາມາດປ້ອງກັນ ແລະ ຫລຸດຜ່ອນໄດ້ ຖ້າທຸກຄົນມີສະຕິໃນການຂັບຂີ່ ແລະ ປະຕິບັດຕາມກົດລະບຽບຈະລາຈອນ ຢ່າງເຂັ້ມງວດ.

ຂ່າວ: ດອນ ຂຽວພະນາ

Related Posts

Leave a Reply

Your email address will not be published. Required fields are marked *