ວັນທີ 1 ມັງກອນ 2022 ເວລາປະມານ 16:00 ໂມງ ໄດ້ມີເດັກນ້ອຍຊາຍ 3 ຄົນ ໄດ້ພາກັນໄປເລາະຫຼີ້ນ ແລ້ວບັງເອີນໄປພົບເຫັນ ເປົ່າເຄື່ອງ ຖິ້ມປະໄວ້ຢູ່ແຄມປ່າ ເຂດຊາຍແດນລະຫວ່າງບ້ານໂພນຄໍ້ ຫາ ບ້ານນາກຸງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈຶ່ງໄດ້ເອົາໄມ້ແທງເບິ່ງ ພົບເຫັນ ຢ າ ເມັດສີບົວ ຈຶ່ງພາກັນກັບມາບອກແມ່ຢູ່ເຮືອນ.ຈາກນັ້ນ,ປກສ ໃຫ້ເຈົ້າໜ້າທີ່ ປກສ ກຸ່ມກຸ່ມຫາດກ້ຽງ ເຂົ້າກວດກາພົບ ຢ າ ບ ້າ ຈໍານວນ 886.000 ເມັດ.
ພັທ ຈັນເພັງ ແກ້ວປະເສີດ ຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ ໃຫ້ຮູ້ວ່າ: ພາຍຫຼັງທີ່ການຈັດຕັ້ງບ້ານ ໄດ້ຮັບແຈ້ງ ກໍໄດ້ເຂົ້າກວດກາເບິ່ງ ພົບເຫັນເປົາຂາວຈໍານວນຫຼາຍເປົາ ທີ່ຊຸກເຊື່ອງໄວ້ຢູ່ເຄມປ່າ ເຂດຊາຍແດນລະຫວ່າງບ້ານໂພນຄໍ້ ຫາ ບ້ານນາກຸງ ແລະ ໃນເວລາດັ່ງກ່າວ ພົບເຫັນຊາຍໜຸ່ມ 3 ຄົນ ບໍ່ຮູ້ຊື່ ທີ່ມາວົນວຽນຢູ່ເຂດນັ້ນ.ຈາກນັ້ນ,ພວກກ່ຽວ ກໍໜີອອກຈາກພື້ນທີ່ດັ່ງກ່າວ.

_

ຫຼັງຈາກນັ້ນ, ຈຶ່ງໄດ້ປະສານຫາ ປກສ ກຸ່ມ ເຂົ້າກວດກາພົບ ຢ າ ບ ້າ ຈໍານວນ 6 ເປົ່າ; ຈຶ່ງໄດ້ປະສານຫາ ກອງບັນຊາການ ປກສ ເມືອງ ລົງໄປກວດກາຕົວຈິ່ງ ພົບຢ າ ບ ້າ 141 ແພັກ ເທົ່າກັບ 423 ມັດ ແລະ ມີອີກ 60 ຖົງ ພ້ອມເປັນຫໍ່ອີກ 2 ຫໍ່ນ້ອຍ ລວມມີ ຢ າ ບ ້າທັງໝົດ 886.000 ເມັດ.
ປັດຈຸບັນ, ປກສ ກຸ່ມຫາດກ້ຽງ ໄດ້ມອບຢາເສບຕິດຈໍານວນດັ່ງກ່າວ ໃຫ້ໜ່ວຍງານຕ້ານ ແລະ ສະກັດກັ້ນຢາເສບຕິດ ປກສ ເມືອງໄຊທານີ ສືບຕໍ່ດຳເນີນການສືບສວນ-ສອບສວນ.

ທີ່ມາ:
ຄວາມສະຫງົບ lao security News