ເປັນລາຄາຂາຍເອກະພາບກັນໃນທົ່ວປະເທດ.

ທ່ານ ລາຫຸນ ຈັນທະບຸດ ຜູ້ອໍານວຍການບໍລິສັດລັດວິສະຫະກິດໂຮງງານຜະລິດຢາເລກ 3 ໄດ້ລາຍງານ ໃນວັນທີ 6 ມັງກອນ 2022 ນີ້ ທີ່ກະຊວງສາທາລະນະສຸກ ວ່າ:

ສໍາລັບຢາປິ່ນປົວພະຍາດໂຄວິດ-19 ທີ່ຜະລິດອອກມາໃຫມ່ເປັນຢາຜະລິດດ້ວຍເຄມີ ຊຶ່ງໄດ້ຮັບການພັດທະນາໂດຍບໍລິສັດ ເມິກ ອາເມລິກາ ຊຶ່ງພວກເຮົາໄດ້ນໍາເອົາສູດຢາດັ່ງກ່າວມາຜະລິດ ຢູ່ໃນປະເທດເຮົາ.

ພວກເຮົາໄດ້ມີຢາປິ່ນປົວທີ່ມີປະສິດທິພາບສູງ ແລະ ຢາດັ່ງກ່າວໄດ້ ຈໍາຫນ່າຍແລ້ວ, ເນື່ອງຈາກມີຜູ້ຕິດເຊື້ອເປັນຈໍານວນຫລາຍຈຶ່ງເຮັດໃຫ້ຄວາມສາມາດການສະຫນອງຢາປິ່ນປົວບໍ່ທັນພຽງພໍກັບຄວາມຮຽກຮ້ອງຕ້ອງການ.

ຢາດັ່ງກ່າວມີຊື່ທາງເຄມີວ່າ: ໂມໂນປີລາເວຍ; ສ່ວນຍີ່ຫໍ້ຂອງພວກເຮົາໄດ້ໃສ່ຊື່ວ່າ: ໂມລາໂກເວຍ ເປັນຊະນິດແຄັບຊູນ, ກ່ອງຫນຶ່ງມີ 40 ເມັດ, ສໍາລັບນໍາໃຊ້ 5ວັນ, ກິນເທື່ອລະ 4 ເມັດເຊົ້າ-ແລງ, ຫ່າງກັນ 12 ຊົ່ວໂມງ, ກ່ອນນໍາໃຊ້ຢານີ້ຄວນອ່ານຄໍາແນະນໍາຢ່າງລະອຽດ.

ປັດຈຸບັນ, ໂຮງງານພວກເຮົາໄດ້ສຸມໃສ່ຜະລິດທຸກວັນເນື່ອງຈາກມີຜູ້ຕິດເຊື້ອເປັນຈໍານວນຫລາຍ ຄາດວ່າໃນໄວໆນີ້ຈະສາມາດຜະລິດຢາພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມຢ່າງແນ່ນອນໂດຍຂາຍລາຄາ 400,000 ກີບຕໍ່ກ່ອງ ຊຶ່ງເປັນລາຄາຂາຍເອກະພາບກັນໃນທົ່ວປະເທດ.

ຂໍ້ມູນ ລາວພັດທະນາ

Related Posts

Leave a Reply

Your email address will not be published. Required fields are marked *