ເຫຼືອໃຈເດ້ຫາກະໂພສຂໍຄວາມຊ່ວຍເຫຼືອຂໍລະດົມເພີ່ນຢາກເອົາແມ່ໄປປີ່ນປົວຢູ່ໂຮງໝໍຫາກໍ່ໂພສມື້ວານນີ້ ໄດ້ເງີນບໍລິຈາກ2ແສນປາຍຄິດວ່າຈຳນວນເງີນພຽງພໍຈັ່ງສີພາແມ່ໄປປີ່ນປົວຕົກມາມື້ນີ້ແມ່ມາຕາຍປະສຳ

_

ຍ້ອນທົນຄວາມເຈັບປວດບໍ່ໄຫວ ຕາຍໂດຍບໍ່ໄດ້ຮອດຮັບການຮັກສາສຳເລີຍຈາກໄປໄວເກີນໄປຍ້ອນຄວາມທຸກນີ້ລະແມ່ກໍ່ປ່ວຍມາດົນຕົນກໍ່ພຽງກຳມະກອນຮັບຈ້າງແບັກຫາມ ທີ່ດີນອາໃສຜູ້ມີເມຕາເພີ່ນຢູ່

ເມື່ອກ່ອນເຊົ່າຫ້ອງແຖວແຕ່ແມ່ມາປ່ວຍແບບນີ້ບໍ່ມີຮອດເງີນສີເຊົ່າແລະເງີນຊື້ເຂົ້າຊື່ຢາໃນແຕ່ລະວັນເລີຍມາຂໍດີນຜູ້ໃຈບຸນຢູ່ພໍປຸກຕູບອາໃສບໍດົນແມ່ກໍ່ມາເສຍຊີວີດຊຳ້

ຜູ້ເສຍຊີວິດ ຊື່ ນາງມວຽງຄອນ ອາຍຸ44ປີ ອາຊີບປະຊາຊົນ ຢູ່ບ້ານ ດົງຄຳຊ້າງ ເມື່ອງຫາດຊາຍຟອງ ແຂວງນະ ຄອນຫຼວງວຽງຈັນ
ເສຍຊິດວິດ ໃນ ວັນເສົາ ເວລາ09:40ນາທີ ຂອງວັນທີ່ 08/01/2022 ດ້ວຍພະຍາດ ເບົາຫວານ ແລະ ໄຂ່ຫລັງ ຜູ້ເສຍຊີວິດມີລູກ2ຄົນແຕ່ ປະຈຸບັນແມ່ນໄດ້ອາສາຢູ່ນຳລູກຊາຍ (ຂໍດີນເພີ່ນຢູ່)ແລະ ລູກໄພ້ ຢູ່ທີ່ບ້ານດົງຄຳຊ້າງຮ່ອມ1ເມືອງຫາດຊາຍຟອງ

ລູກຊາຍຊື່ ທ້າວສາກົນ ສົມພົງ ອາຍຸ 24ປີ ອາຊີບ ກຳມະກອນ ຮັບຈ້າງທົ່ວໄປ ເພື່ອ ຫາເງີນ ມາລ້ຽງຄອບຄົວແລະແມ່ທີ່ປ່ວຍເປັນພະຍາດເບົາຫວານ ແລະໄຂ່ຫລັງ ຜ່ານມາ .

_

ເຮືອນ ທີ່ຢູ່ກໍ່ແມ່ນ ດີນທີ່ຂໍ ເພີ່ນກໍໃຈດີໃຫ້ປຸກຕູບອາໃສຕອນນີ້ແມ່ນໄດ້ເສຍຊີວີດລົງແລ້ວພຽງອາຍຸ44ປີຍ້ອນຄວາມຢາກຂາດເຂີນນີ້ລະຈື່ງບໍ່ມີທີ່ເພີ່ງຈື່ງວານຜູ້ໃຈບຸນຊ່ວຍອານຸເຄາະບໍລິຈາກໂລງແລະຈັດງານສົບຮ່ວມກັບພວກເຮົາໃຫ້ແກ່ນາງວຽງຄອນໃນຄັ້ງນີ້ຮ່ວມກັນດ້ວຍເທີດເພາະທາງເພີ່ນກໍ່ບໍ່ເຫຼືອໃຜແທ້ໆແລ້ວ ສາທຸທ່ານສາມາດສົບທົບຊ່ວຍເຫຼືອຜ່ານຊ່ອງທາງ ບັນຊີສະມາຄົມ ບັນເທົາທຸກ ນະຄອນຫຼວງ ທີ່:
ເລກບັນຊີ ທະນາຄານການຄ້າ ຕ່າງປະເທດລາວ THE ASSOCIATION OF ASSISTANCE AND RELIEF VIENTIANE CAPITAL 010120001940404001 ກີບ02054000089
ຂໍ້ມູນມາຈາກ
