ດໍາເນີນຄະດີ ຜູ້ທີ່ລັກເຫຼັກ ຕາມເສັ້ນທາງລົດໄຟ

ທ້າວ ທອງ ອາຍຸ 33 ປີ ກຳມະກອນ ພັກເຊົາຢູ່ແຄັມກໍ່ສ້າງ ບ້ານນາຄວາຍໃຕ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຖືກເຈົ້າໜ້າທີ່ ໜ່ວຍງານຕໍາຫຼວດທາງລົດໄຟ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ກັກຕົວ ວັນທີ 7 ມັງກອນ 2022, ໃນຂໍ້ຫາລັກຊັບພົນລະເມືອງ (ລັກເຫຼັກທາງລົດໄຟ).

ພັທ ໝູໄກ ອ່ອນມະນີວົງ ຫົວໜ້າພະແນກຕໍາຫລວດ ປກສ ເມືອງໄຊເສດຖາ ນວ ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບແຈ້ງຈາກພົນລະເມືອງ ໃນວັນທີ 7 ທັນວາ 2022 ວ່າ ມີຄົນຮ້າຍລັກເຫຼັກທາງລົດໄຟ ແລ້ວມາຊຸກເຊື່ອງໄວ້ ຢູ່ປ່າແຄມທາງ ເຂດບ້ານນາຄວາຍໃຕ້ ເມືອງໄຊເສດຖາ ນວ, ເຈົ້າໜ້າທີ່ ໜ່ວຍງານຕໍາຫຼວດທາງລົດໄຟ ປກສ ເມືອງໄຊເສດຖາ ຈິ່ງໄດ້ລົງກວດກາ ຕິດຕາມເປົ້າໝາຍ ແລະ ຮູ້ໄດ້ວ່າ ຜູ້ກໍ່ເຫດ ຊື່ ທ້າວ ທອງ ອາຍຸ 33 ປີ ກຳມະກອນ ພັກເຊົາຢູ່ແຄັມກໍ່ສ້າງ ບ້ານນາຄວາຍໃຕ້ ເມືອງໄຊເສດຖາ ຈິ່ງໄດ້ຈັບຕົວ ພ້ອມທັງ ເກັບກູຂອງກາງເຫລັກຕະຂໍ 80 ເສັ້ນ ແລະ ເຫລັກຄໍ່າ 4 ທ້ອນ ມາສອບສວນ.

ຜ່ານການສອບສວນເບື້ງຕົ້ນ ຜູ້ກ່ຽວຮັບສາລະພາບວ່າ: ວັນທີ 6 ມັງກອນ 2022, ໄດ້ໄປລັກເອົາເຫຼັກເຮັດທາງລົດໄຟ ແລ້ວເອົາຜ້າຫົ່ມມາຫໍ່. ຫຼັງຈາກນັ້ນ ໄດ້ຂັບຂີ່ລົດຈັກໄປທາງບ້ານຊຽງດາ ເພື່ອຈະນໍາເອົາເຫຼັກ ຈໍານວນດັ່ງກ່າວໄປຂາຍ ແຕ່ພົບເຫັນ ປກສ ຊຽງດາ ເລາະກວດກາລາດຕະເວນຢູ່ ຈິ່ງໄດ້ເອົາເຫຼັກໄປຊຸກເຊື່ອງໄວ້ແຄມປ່າ ພໍດີມີປະຊາຊົນມາພົບເຫັນ ຈິ່ງຖືກເຈົ້າໜ້າທີ່ຈັບຕົວ.

ປັດຈຸບັນ ຄະດີດັ່ງກ່າວ ເຈົ້າໜ້າທີ່ ໄດ້ດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ຮຽກຮ້ອງເຈົ້າໜ້າທີ່ພາກສ່ວນທີ່ມີຄວາມຮັບຜິດຊອບຢູ່ຂົງເຂດ ທີ່ມີລາງລົດໄຟແລ່ນຜ່ານ, ພໍ່ແມ່ປະຊາຊົນ ຈົ່ງເພີ່ມທະວີຄວາມເອົາໃຈໃສ່ຕິດຕາມ ຖ້າພົບເຫັນສະພາບຄືບັນຫາດັ່ງກ່າວ ໃຫ້ແຈ້ງເຈົ້າໜ້າທີ່ໃກ້ສຸດ ຫຼື ແຈ້ງຜ່ານວັອດແອັບ ເບີ 02028899774 ຫຼື ຜ່ານທາງເຟັສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

Related Posts

Leave a Reply

Your email address will not be published. Required fields are marked *