ດ່ວນ‼️ເກີດອຸບັດຕິເຫດລົດກະບະຊົນຮ້ານຂາຍເຄື່ອງແຄມທາງ ທີ່ບ້ານ ບຸ່ງຄຳ ເມືອງ ວິລະບູລີ ແຂວງສະຫວັນນະເຂດ.
ໃນເວລາປະມານ 17:25 ຂອງວັນທີ 10/01/2022

ໄດ້ມີລົດກະບະລີໂວ້ ທີ່ແລ່ນຕາມເສັ້ນທາງໃຈກາງເມືອງ

ມຸ້ງຫນ້າໄປທາງທິດຕາເວັນຕົກ ພໍແລ່ນມາໃກ້ປ້ຳນ້ຳມັນເຊື້ອໄຟລາວ (ປ້ຳນ້ຳມັນທ່ານບຸນເນືອງ) ລົດໄດ້ເສຍຫລັກ ແລະ ແລ່ນອອກນອກເສັ້ນທາງໄປຂ້າງຂວາມື ເຂົ້າຕຳຮ້ານຂາຍເຄື່ອງຂ້າງທາງ

ຈົນກໍ່ໃຫ້ເກີດຄວາມເສຍຫາຍຫນັກພໍສົມຄວນ. ແຕ່ໂຊກດີຄົນທີ່ຢູ່ໃນຮ້ານ ບໍ່ມີໃຜໄດ້ຮັບບາດເຈັບ.

ສ່ວນຄົນຂັບລົດ ບາດເຈັບພໍສົມຄວນ.

ສາເຫດຂອງອຸບັດຕິເຫດຄັ້ງນີ້ ຍັງຢູ່ໃນຂັ້ນຕອນການສືບສວນຂອງເຈົ້າຫນ້າທີ່ ທີ່ກ່ຽວຂ້ອງ.

ຂໍສະແດງຄວາມເສຍໃຈນຳຜູ້ປະສົບເຫດ ແລະ ຂໍໃຫ້ປອດໄພ

_
