ອົງການ USAID ຂອງສະຫະລັດອາເມລິກາ ແລະ ກະຊວງສາທາລະນະສຸກເຢຍລະມັນ ມອບລົດຕູ້ເຢັນສຳລັບຂົນວັກຊິນ ແລະ ອຸປະກອນໄອທີ ຜ່ານອົງການອະນາໄມໂລກ ເພື່ອສະໜັບສະໜູນວຽກງານການສັກວັກຊິນກັນພະຍາດ ໂຄວິດ-19 ໃຫ້ ສປປ ລາວ

ອຸປະກອນດັ່ງກ່າວຈະຊ່ວຍໃຫ້ ສປປ ລາວ ສາມາດນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເພື່ອຂັບເຄື່ອນວຽກງານສັກຢາ ແລະ ຮັບປະກັນຄວາມຖືກຕ້ອງຂອງຂໍ້ມູນທົ່ວ ສປປ ລາວ ເພື່ອສະໜັບສະໜູນເປົ້າໝາຍຂອງ ສປປ ລາວ ທີ່ຈະສັກວັກຊີນໃຫ້ປະຊາກອນໃຫ້ໄດ້ 80%.

ພິທີຄັ້ງນີ້ເຂົ້າຮ່ວມກ່າວຮັບ ໂດຍ ທ່ານ ປອ.ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ ແລະ ກ່າວມອບ ໂດຍ ທ່ານ ນາງ Annette Knobloch, ເອກອັກຄະລັດຖະທູດເຢຍລະມັນ ປະຈຳ ສປປ ລາວ, ທ່ານ ນາງ ຈອຍ ມິຊິໂກະ ຊາກຸໄຣ, ຮອງທູດແຫ່ງສະຫະລັດອາເມລິກາ ປະຈໍາ ສປປ ລາວ, ທ່ານ ຄູເລິນ ຮິວ, ຮອງຜູ້ຕາງໜ້າອົງການ USAID ປະຈຳລາວ;

ແລະ ທ່ານ ດຣ ຢູລີ, ຮັກສາການແທນຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ ມີຜູ້ຕາງໜ້າກະຊວງການຕ່າງປະເທດ, ກະຊວງສາທາລະນະສຸກ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ວັນທີ 11 ມັງກອນ 2022 ທີ່ກະຊວງສາທາລະນະສຸກ