ພໍດີອາທິດທີ່ແລ້ວມີໂອກາດ ໄດ້ນັ່ງລົດໄຟໄປທ່ຽວຫລວງພະບາງ ເລີຍຢາກເລົ່າປະສົບການໃຫ້ກັນຟັງຫນ້ອຍຫນື່ງ ວ່າສະດວກສະບາຍແບບໃດ ເມື່ອທຽບກັບການຂີ່ຍົນ.

1. ການຊື້ປີ້ລົດໄຟ ແມ່ນຍັງຫຍຸ້ງຍາກ ເພາະຕ້ອງໄດ້ຕື່ນແຕ່ເຊົ້າໄປເອົາຄິວ ບໍ່ຊັ້ນ ລະແມ່ນ ບໍ່ທັນພວກທີ່ຊື້ມາຂາຍຕໍ່ທີ່ມີຄ່າສະເລ່ຍ 50,000ກີບ/ປີ້, ການຊື້ກໍ່ຊື້ໄດ້ແຕ່1ມື້ລ່ວງຫນ້າ ການເດີນທາງບໍ່ສາມາດຊື້ໄປກັບໄດ້. ເຊີ່ງຫຍຸ້ງຍາກໃນເວລາຈະກັບກະຕ້ອງໄດ້ຕື່ນແຕ່ເດິກໄປລຽນຄິວຊື້ ຫລືບໍ່ກໍ່ຕ້ອງຍອມເສຍເງີນຊື້ກັບພວກຂາຍຕໍ່ ທີ່ບວກເພີ່ມ ປີ້ລະ 50,000ກີບ.ໄປຮອດແລງວັນສຸກກິນເຂົ້າດື່ມເບຍ ຮອດເດິກ1ໂມງສະເດີດຮູ້ເມືອຮີບຕິດຕໍ່ຄົນຊື້ປີ້ໃຫ້ ເພາະຈະກັບວັນອາທິດ,ຕ້ອງໄດ້ຊື່ມື້ວັນເສົາ.

2. ການເຂົ້າສະຖານນີລົດໄຟ ຂ້ອນຂ້າງແອອັດ.ເຊີ່ງຈະສວນທາງກັບນະໂຍບາຍການປ້ອງກັນ ໂຄວິດ19, ຜ່ານເຂົ້າເຄື່ອງກວດ x-ray ເພີ່ນຈະບໍ່ອານຸຍາດ ໃຫ້ນຳພວກເຈວແລະສະເປລ້າງມືເຂົ້າໄປນຳເດັດຂາດ ຫນ້ອຍຫລາຍກໍ່ຕາມ. ສອບຖາມວ່າ 100ml ເອົາເຂົ້າໄວ້ລ້າງມືກະບໍ່ໄດ້ບໍ່ ເພີ່ນກະຕອບວ່າ ຄົນລະຫນ້ອຍເອົາໄປລວມກັນກະໄດ້ຫລາຍລິດ.

3. ຕອນລຽນຄິວຂື້ນລົດໄຟ ກະເປັນລະບຽບດີຢູ່ ແຕ່ພໍລົດໄຟມາຮອດເທົ່ານັ້ນລະ ພະນັກງານກະແຈ້ງວ່າທາງເຂົ້າບ່ອນໃດໃຫ້ຮີບພາກັນເຂົ້າລົດໄຟບຽດກັນເຂົ້າໄປໂລດ ລົດໄຟຈອດແຕ່2-3ນາທີ ກະປິດຕູແລ້ວ…ເທົ່ານັ້ນລະທາງເຂົ້າກະວຸ້ນປານຫມໍ້ຂີ້ຂວ້າມ….ຢ່າໄປເວົ້າຮອດເລື້ອງຮັກສາໄລຍະຫ່າງ.

4. ເຂົ້າໄປຮອດ ກະພາກັນວຸ້ນວາຍນຳການຊອກບ່ອນນັ່ງ ບໍ່ມີພະນັກງານແນະນຳ ຄົນຮູ້ຄົນເຄີຍເດີນທາງກະແລ້ວໄປ ຫລາຍຄົນກະບໍ່ຮູ້ຢາກນັ່ງໃສກະນັ່ງ,ໂດຍສະເພາະມະນຸດປ້າມະນຸດລຸງ ນັ່ງບໍ່ຖືກບ່ອນ ລະກະມີຄຳເວົ້າວ່າ ລຸງນັ່ງນີ່ກະໄດ້ ນັ່ງໃສກະຄືກັນ .ລົດໄຟອອກໄດ້.ປະມານ 5ນາທີກະຍັງວຸ້ນນຳການຊອກບ່ອນນັ່ງ.

5. ການບໍລິການເທີງລົດໄຟ ກະບໍ່ຄ່ອຍມີພະນັກງານມາຄອຍແນະນຳຫລືບໍລິການຫຍັງດອກ, ຫ້ອງນ້ຳບໍ່ມີເຈ້ຍອານະໄມ ຂໍນຳພະນັກງານເພີ່ນກະວ່າບໍ່ມີໃຫ້ເດີ້(ບໍ່ແມ່ນຫມົດ). ເພາະສະນັ້ນໃຜຈະໄປຂຣີ້ ໃຫ້ກຽມເຈ້ຍອານະໄມໄປເອງ ບໍ່ຊັ້ນຄວາມຈິບຫາຍບັງເກີດແນ່ນອນ. ຕັ່ງນັ່ງ ກະບໍ່ມີສາຍຮັດແອວ ນິລະໄພ ອັນນີ້ບໍ່ຄວນປະຫມາດເລີຍ.

6.ລົງຈາກລົດໄຟ ຊິອອກຈາກສະຖານທີ ພະນັກງານກໍ່ຈະຕ້ອນເຮົາໃຫ້ຮີບອອກຈາກສະຖາທີ່ ແບບທີ່ວ່າ ຂໍເຂົ້າຫ້ອງນຳ້ກະບໍ່ທັນ ແລະຫ້ອງນ້ຳກໍ່ປິດໄວ້.ທາງອອກກະມີພະນັກງານລໍຖ້າກວດປີ້ອີກ (ໃຫ້ເກັບປີ້ໄວ້ເພື່ອເຮົາຖືກພະນັກງານຖາມ)
7. ອີກຢ່າງຄືຕູ້ຂາຍນຳ້ອັດໂຕໂນມັດໃນສະຖານນີຈະບໍ່ທອນເງີນໃນກໍລະນີປ່ອນເງີນເຂົ້າໄປເກີນລາຄາສິນຄ້າ.ຍົກຕົວຢ່າງນ້ຳຕຸກລະ5,000ກີບ ຖ້າປ່ອນໃບ 50,000ກີບຕູ້ຈະກືນເລີຍຈະບໍ່ທອນ,ໃຫ້ພາກັນກຽມໄວ້ໃຫ້ພໍດີ (ຢູ່ຕູ້ບໍ່ໄດ້ຂຽນບອກວ່າ ຕູ້ບໍ່ທອນເງີນ)
8.ສ່ວນເລື້ອງສະດວກວ່ອງໄວ ກະຖືວ່າໃຊ້ໄດ້ ຈາກວຽງຈັນ ຫາ ຫລວງພະບາງໃຊ້ເວລາປະມາ2ຊົ່ວໂມງ, ແຕ່ທຽບກັບລາຄາປີ້ທີ່ລະບຸ ບວກຄ່າເຂົາເກງກຳໄລປະມານ 50,000ກີບ/ປີ້ຖ້າໃຜຮັບໄດ້ກໍ່ລອງເບີ່ງເພື່ອເປັນປະສົບການ.ຄະນະເຮົາໄປທັງຫມົດ 12ຄົນເສຍຄ່າສ່ວນຕ່າງໄປຊື້ປີ້ຕໍ່ມືມາ ລວມຖ້ຽວລະ 600,000ກີບ.ສ່ວນຕົວແລ້ວ ຖ້າເພີ່ນບໍປັບປຸ່ງປ່ຽນແປງຂອດບໍລິການການຂາຍປີ້,ຂ້ອຍກໍ່ຄົງບໍ່ກັບໄປໃຊ້ບໍລິການຄືນເທື່ອ.
#ຄົນສ້າງມາໃຫ້ຄວາຍບໍລິຫານ
#ໃຜທີ່ບໍ່ທັນລອງກະລອງໄປເບີ່ງເພື່ອເອົາປະສົບການ
#ນັ່ງອ່ານນັ່ງຟັງຜູ້ອື່ນເວົ້າອາດປິດກັ້ນໂອກາດໂຕເອງ
ທີ່ມາ
