ຍິ ງ ປື ນ ລົງ ພື ນ ຟົ້ງຖື ກ ຜູ້ ອາລະວາດເສຍຊີ ວິ ດ
ໃນຄັ້ງວັນທີ 10 ມັງກອນ 2022, ເວລາ 13:30 ໂມງ ເຈົ້າໜ້າທີ່ໜ່ວຍງານຄະ ດີອາຍາ-ເສດຖະກິດ ປກສ ເມືອງສອງຄອນ ເເຂວງສະຫວັນນະເຂດ ໄດ້ຮັບ ລາຍງານຈາກ ປກສ ບໍລິການປະຊາຊົນ ກຸ່ມບ້ານທີ 4 ( ຫນອງບົວທ່າ ) ວ່າ:
ທ້າວ ຄໍາວົງ ຫຼື ຫືດ ອາຍຸ 45 ປີ ເມົາຢາເສບຕິດ ເເລ້ວເອົາ ພ້າໄລ່ຝັນ ພໍ່- ແມ່ປະຊາຊົນຢູ່ໃນບ້ານໜອງວັດ ເມືອງສອງຄອນ ເເຂວງສະຫວັນນະເຂດ. ຈາກນັ້ນ, ທາງເຈົ້າໜ້າທີ່ ຈຶ່ງໄດ້ສົມທົບກັບການຈັດຕັ້ງບ້ານ ໜອງວັດ ເພື່ອຈະເອົາຕົວຜູ້ກໍ່ເຫດອາລະວາດໄປຝາກຢູ່ສູນດັດສ້າງຫຼັກ 33 ຄໍາສະ ຫວ່າງ.
ໜ້າທີ່ ປກສ ເມືອງສອງຄອນ ໃຫ້ຮູ້ວ່າ: ໃນມື້ເກີດເຫດຄອບຄົວພໍ່-ແມ່ຂອງ ຜູ້ກ່ຽວ ຈຶ່ງໄດ້ເຂົ້າມາສະເໜີຕໍ່ການຈັດຕັ້ງບ້ານໜອງວັດ ແລະ ເຈົ້າໜ້າທີ່ ປກສ ກຸ່ມບ້ານທີ 4 (ໜອງບົວທ່າ) ເພື່ອເອົາຜູ້ກ່ຽວໄປດັດສ້າງຕື່ມອິກ
ໂດຍທາງຜູ້ປຶກໄດ້ເຮັດໃບມອບສິດ ເເລ້ວທາງການຈັດຕັ້ງບ້ານ ແລະ ເຈົ້າ ໜ້າທີ່ ປກສ ກຸ່ມ ຈຶ່ງໄດ້ຈັດຕັ້ງກໍາລັງວິຊາສະເພາະລົງ ໄປຮອດສະຖານທີ່ ດັ່ງກ່າວໃນເວລາ 13:00 ໂມງ ຂອງວັນດຽວກັນ ເຫັນຜູ້ກ່ຽວ ໄດ້ເອົາພ້າໄລ່ ຟັນ ນາງ ຄອນ ອາຍຸ 60 ປີ ປະຊາຊົນ ພາຍໃນບ້ານ
ເຈັບຢູ່ກົກເເຂນເບື້ອງ ຊ້າຍ. ເມື່ອເຫັນເຫດການແນວນັ້ນ, ທາງເຈົ້າຫນ້າທີ່ ປກສ-ປກຊ ບ້ານ ແລະ ປກສ ກຸ່ມ ຈຶ່ງໄດ້ເຂົ້າໄປຊ່ວຍເອົາ ນາງ ຄອນ ອອກມາ. ແຕ່ຜູ້ກ່ຽວຍັງ ໄດ້ຖືຟ້າແລ່ນເຂົ້າມາຟັນ, ທ້າວ ກອງມະນີ ອາຍຸ 47 ປີ ຫົວໜ້າກອງ ຮ້ອຍ ປກສ ບ້ານ ໄດ້ຮັບບາດເຈັບຫຍິບ 3 ເຂັມ ເເລະ ຢູ່ຫຼັງເບື້ອງຊ້າຍໜຶ່ງບາດ ແຜ. ເມື່ອເປັນແນວນັ້ນ,
ທ້າວ ບຸນຈັນ ອາຍຸ 59 ປີ ຫົວໜ້າ ປກສ ບ້ານ ຈຶ່ງ ໄດ້ບອກໃຫ້ຜູ້ກ່ຽວຢຸດ ແຕ່ຜູ້ກ່ຽວບໍ່ຢຸດ ພ້ອມທັງຖືຟ້າແລ່ນເຂົ້າມາຫາ ອີກ, ແລ້ວທ້າວ ບຸນຈັນ ຈຶ່ງໄດ້ໃຊ້ປືນ AK ຍິງຂຶ້ນຟ້າ 3 ນັດ ເພື່ອນາບຂູ່ໃຫ້ ຜູ້ກ່ຽວຢຸດ.
ແຕ່ຜູ້ກ່ຽວຍັງໄດ້ຖືຟ້າແລ່ນເຂົ້າມາໃກ້ ປະມານ 5 ຫາ 6 ແມັດ, ທ້າວ ບຸນຈັນ ຈຶ່ງໄດ້ຍິງປືນລົງໃສ່ພື້ນທາງເປຕົງ 1 ນັດ, ເຮັດໃຫ້ລູກປືນ ພົ້ງໄປຖືກທ້າວ ຄໍາວົງ ຫຼື ຫືດ ເສຍຊີວິດ ແລະ ໄດ້ມອບໃຫ້ຄອບຄົວພໍ່- ແມ່ ແລະ ການຈັດຕັ້ງບ້ານ ນໍາໄປປະກອບ ພິທີທາງສາສະໜາ.
ສ່ວນທ້າວ ບຸນຈັນ, ເຈົ້າໜ້າທີ່ກອງບັນຊາການທະຫານເມືອງສອງຄອນ ໄດ້ນໍາຕົວໄປໄວ້ທີ່ກອງບັນຊາການ. ຜ່ານມາ, ຜູ້ເສຍຊີວິດແມ່ນເສບຢາ ເສບຕິດ (ຢາບ້າ), ເອົາໄປດັດສ້າງມາເເລ້ວ 4 ຄັ້ງ ຄື:
ດັດສ້າງຢູ່ສູນຫຼັກ 33 ຄໍາສະຫວ່າງ 3 ຄັ້ງ ເເລະ ເອົາໄປປິ່ນປົວຢູ່ສູນຫຼັກ 26 ຫນຶ່ງຄັ້ງ, ແຕ່ຜູ້ກ່ຽວ ບໍ່ມີການປ່ຽນແປງ.