ດັງໄກຂ້າມຂອງ ສາວພອນ ບ່າວແມັກ ກຽມເປັນນາງເອກແລະພະເອກໃນເພງໃໝ່ຂອງ ຈີນຕະຫລາ ພູນລາ ກັບ ແພັດ ດາວອນ
ສາວ ພອນ ພິລາໄວ ເນັດໄອດໍ ຂັວນໃຈ ມະຫາຊົນ ຜູ້ທີ່ສ້າງສ້າງສຸກ ສຽງຫົວ ຮອຍຍີ້ມ ແລະ ຫລາກຫລາຍຄອນເທັ້ນ ທີ່ສົ່ງຕໍ່ຄວາມມ່ວນຊື່ນໃຫ້ກັບແຟນໆ ຈົນກາຍເປັນກະແສໂດ່ງດັງຢ່າງຕໍ່ເນື່ອງ ທັງພາຍໃນ ແລະ ຕ່າງປະເທດ.

ສາວພອນ ເນັດໄອດໍ້ຄົນນີ້ ດັ່ງຫຼາຍໃນໂຊຊ້ຽວຕອນນີ້ ບ້ານເກີດເມຶອງນອນແມ່ນ ຢູ່ບ້ານນາຈານ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ

ສາວພອນລາວທີ່ມາພ້ອມກັບໃບຫນ້າບ້ານໆ ແຕ່ກັບເຮັດໃຫ້ຄົນເບີ່ງແລະເຮຮາໄປຕາມໆກັນ ເພາະຄວາມທີ່ກ້າສະແດງອອກ ແລະ ເປັນເອກະລັກຂອງຕົວລາວເອງ ນອກຈາກຮູບຮ່າງຫນ້າຕາພາຍນອກຂອງລາວທີ່ເປັນສີ່ງສະດຸດຕາອັນດັບທຳອິດ ແມ່ນການຮ້ອງເພງ ການເວົ້າວ່າ ໃນຊີວິດປະຈຳວັນຂອງລາວ

ລ່າສຸດດັງໄກຂ້າມຂອງ…ສາວພອນ ແລະ ບ່າວແມັກ ກຽມເປັນນາງເອກແລະພະເອກໃນ MV ເພງໃໝ່ຂອງ”ຈີນຕະຫລາ ພູນລາ”ແລະ ແພັດ ດາວອນ
ສາວພອນ ຜູ້ສ້າງສຽງຫົວ ແລະຮອຍຍີ້ມໃຫ້ກັບຊາວລາວມາຂ້າມປີ ເກືອບວ່າທຸກມື້ແຟນຄັບຈະເຂົ້າໄປສ່ອງ ຢາກຮູ້ວ່າສາວພອນເຮັດຫຍັງຢູ່ພໍໄດ້ຍຸ້ມແກ້ມໂຕເອງ

📌ກຽມພົບກັບ!! ເພງ “ລໍພີ່ທີ່ນ້ຳງື່ມ” ໝໍລຳພາມ່ວນ ວັດທະນະທຳສອງຝັ່ງຂອງ ລາວ-ໄທ ຮ້ອງໂດຍ ຈິນຕະຫຼາ ພູນລາບ Feat. ແພັດ ເພັດດາວອນ
ພິເສດ: ພະເອກ-ນາງເອກ mv ແມ່ນ ສາວພອນ-ບ່າວແມັກ
ໄວໆນີ້.
