ລາຄາ ຢ າ ປິ່ນປົວພະຍາດ ແພງຂື້ນ ຂໍໃຫ້ໜ່ວຍງານກ່ຽວຂ້ອງ ຊ່ວຍແກ້ໄຂດ່ວນ
ເລີ່ມແຕ່ເກີດມີການລະບາດພະຍາດໂຄວິດ-19 ໄດ້ມີປະຊາຊົນສ່ອງແສງມາວ່າຢາປົວພະຍາດປະຈຳບ້ານ ໄດ້ມີການຂຶ້ນລາຄາສູງ.

ຍົກຕົວຢ່າງ: ຢາປາລາ ຫລື ຢາດີໄອ ຈາກໜຶ່ງແຜງ 2000 ກີບ ຂຶ້ນເປັນ 4000-5000 ກີບ ແລະ ຢາປະເພດອື່ນໆອີກ,
ເຊິ່ງຕໍ່ບັນຫາດັ່ງກ່າວທາງນັກຂ່າວໜັງສືພິມ ລາວພັດທະນາ ໄດ້ລົງໄປຊື້ ແລະ ສອບຖາມຕົວຈິງ ປາກົດວ່າມີຈິງແທ້.
ດັ່ງນັ້ນຈຶ່ງຮຽກຮ້ອງໃຫ້ພາກສ່ວນຮັບຜິດຊອບກ່ຽວຂ້ອງລົງກວດກາຕິດຕາມການເໜັງຕີງລາຄາຢາປົວພະຍາດປະເພດຕ່າງໆ ເພື່ອກວດສອບຄວາມຈິງ
