ຜົນອອກຫວຍພັດທະນາລາວ ງວດວັນທີ 14_01_2022 ກາຍເປັນປະເດັນຮ້ອນ.

ຖືວ່າເປັນກະແສທີ່ເວົ້າເຖິງຢາງໜາຫູທັງໃນສື່ສັງຄົມອອນລາຍ ແລະ ໃນສັງຄົມທົ່ວໄປ ໂດຍຫລັກໆລ້ວນແຕ່ເປັນການວິພາກວິຈານຕ່າງໆນານາສຳລັບຜົນການອອກຫວຍພັດທະນາຄັ້ງວັນທີ 14 ມັງກອນ2022 . ຂະນະທີ່ການປະກາດຜົນການອອກຫວຍທຸກຄັ້ງໄດ້ມີຄົນຈຳນວນຫລາຍນັ່ງເຝົ້າໜ້າຈໍໂທລະພາບຕິດຕາມການຖ່າຍທອດສົດໂດຍລຸ້ນເລກທີ່ໂຕເອງຊື້ວ່າຈະຖືກ ຫລື ບໍ່?.

ທັງນີ້ບັນຫາທີ່ເປັນກະແສວິພາກວິຈານນັ້ນຄື ຜົນການປະກາດຕົວເລກທີ່ສະແດງໃນໜ້າຈໍໂທລະພາບແມ່ນເລກ 331496 ຊຶ່ງບາງຕົວແທນຂາຍເລກໄດ້ແຈ້ງຜົນເລກອອກທາງເພຈຂອງຕົນ, ແຕ່ແລ້ວກໍມີການຢືນຢັນເລກທີ່ອອກວ່າຖືກຕ້ອງແມ່ນ337496.

ຈາກປະເດັນດັ່ງກ່າວເຮັດໃຫ້ຜູ້ຖືກເລກຕາມປະກາດຜົນຕອນຖ່າຍທອດສົດຊ໊ອກຫລັງຕື່ນເຕັ້ນດີໃຈໄດ້ບໍ່ພໍເທົ່າໃດ ເມື່ອຊາບວ່າຕົວເລກໄດ້ປ່ຽນຈາກເລກ 1ເປັນ ເລກ 7.

ແນວໃດກໍດີຫວຍພັດທະນາ ສາຂາ ໂຊກໄຊໄດ້ໂພສຜ່ານເພຈເຟສບຸກຂອງຕົນວ່າ: ຂໍອະໄພເລື່ອງການແຈ້ງຜົນຫວຍເນື່ອງຈາກຫວຍພັດທະນາລາວ ໄດ້ແຈ້ງຜົນຫວຍຜິດມາແຕ່ຕອນທຳອິດສົ່ງຜົນເຮັດໃຫ້ການແຈ້ງຜົນຫວຍຂອງຕົນກໍຜິດພາດໄປນໍາ.

Related Posts

Leave a Reply

Your email address will not be published. Required fields are marked *