ຮ່ວມກັນລັກຕັດສາຍໄຟຟ້າ ສະຖານີລົດໄຟ ຖືກຕິດຕາມຈັບ ດຳເນີນຄະດີ —————- +++ —————
ວັນທີ 15 ມັງກອນ ນີ້, ເວລາປະມານ 23:00 ໂມງ ພະນັກງານຮັກສາຄວາມປອດໄພ ສະຖານີລົດໄຟ ລາວ-ຈີນ ຈຸດບ້ານດົງໂພສີ ໄດ້ຈັບທ້າວ ວັງ ອາຍຸ 25 ປີ ບ້ານຂັນເທີງ ເມືອງນໍ້າບາກ ແຂວງຫຼວງພະບາງ ພັກເຊົາຢູ່ບ້ານດົງໂພສີ ເມືອງຫາດ ຊາຍຟອງ ນວ ທີ່ມາລັກຕັດສາຍໄຟຟ້າ ສົ່ງໃຫ້ປກສ ເມືອງຫາດຊາຍຟອງ ດຳເນີນຄະດີ.

_

ຜ່ານການສອບສວນຂະຫຍາຍຜົນ ກໍສາມາດຕິດຕາມຈັບຜູ້ຖືກຊັດທອດ ອີກ 4 ຄົນ ຊື່ ທ້າວ ມີ ອາຍຸ 38 ປີ ຢູ່ບ້ານນໍ້າລິດ ເມືອງປາກລາຍ ແຂວງ ໄຊຍະບູລີ, ທ້າວ ມາເລ ຫຼື ໄມ ອາຍຸ 29 ປີ ຢູ່ບ້ານປຸງທາງ ເມືອງຊໍາໃຕ້ ແຂວງຫົວພັນ, ທ້າວ ສີງ ອາຍຸ 28 ປີ ຢູ່ບ້ານເມືອງວັນ ເມືອງແອດ ແຂວງຫົວພັນແລະ ທ້າວ ພຸດທະສັກ ຫຼື ຕອຍ ອາຍຸ 31 ປີ ຢູ່ບ້ານທ່ານາແລ້ງ ເມືອງຫາດຊາຍຟອງ, ທັງ 4 ພັກເຊົາຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ແລະ ຢືດຂອງກາງ ປະເພດ ອຸປະກອນຕັດສາຍໄຟ ແລະ ເຄື່ອງຢາມກະແສໄຟຟ້າ.

ພວກກ່ຽວ ສາລະພາບວ່າ: ໄດ້ມາເຮັດວຽກເປັນກຳມະກອນກໍ່ສັ້າງ ຢູ່ໃນສະຖານີລົດໄຟ, ພາຍຫຼັງໂຄງການການກໍ່ສ້າງສຳເລັດ, ແຕ່ພວກກ່ຽວຍັງບໍ່ທັນໄດ້ກັບບ້ານ ແລະ ພາກັນພັກເຊົາຢູ່ແຄັມກໍ່ສ້າງເຂດໃກ້ຄຽງ ຈຶ່ງພາກັນເຂົ້າໄປລັກຕັດສາຍໄຟຟ້າແຮງສູງ ຢູ່ສະຖານີລົດໄຟລາວ-ຈີນ ຈຸດບ້ານດົງໂພສີ ທັງໝົດ9 ຄັັ້ງ, ແລ້ວນຳໄປຂາຍຢູ່ຮ້ານຮັບຊື້ເຫຼັກເສດເປັນກິໂລ, ເມື່ຶອໄດ້ເງິນມາກໍເອົາໄປຊື້ຢາບ້າມາເສບ ແລະ ເຕີມເຊີ້ຫຼິ້ນເກມອອນລາຍ.

Cr: ຄວາມສະຫງົບ