ອິງໃສ່ຂໍ້ມູນຈາກທີ່ໄດ້ປະສານກັບຜູ້ປົກຄອງເບື້ອງຕົ້ນ:
ນາງ ໄອຢ່າງ ຫຼື ຜູ້ເ ສ ຍ ຊີ ວິ ດນີ້ ຜ່ານມາແມ່ນເຄີຍສ້າງຄອບຄົວແລ້ວ ແຕ່ເນື່ອງຈາກຊີວິດຄູ່ມີຄວາມຍຸ້ງຍາກຫຼາຍ ຖືກຜົວທຸບຕີເປັນປະຈໍາ ຈຶ່ງໄດ້ແຍກຢູ່ ນັບແຕ່ຊ່ວງປີ 2017-2018 ຈົນຮອດປະຈຸບັນ ໂດຍບໍມີການຢ່າຫ້າງຕາມຮິດຄອງ ຫຼື ຕາມລະບຽບກົດໝາຍ ( ການໄກ່ເກ່ຍລະຫວ່າງພີ່ນ້ອງ 2 ຟ່າຍເພື່ອທຳການຢ່າຫ້າງ ແມ່ນໄດ້ເອີ້ນໂອ້ລົມຫລາຍເທື່ອ ແຕ່ບໍ່ສາມາດຕົກລົງໄດ້ ເນື່ອງຈາກຜູ້ເປັນຜົວຮຽກຮ້ອງເງີນຕອບແທນເປັນຈຳນວນຫລາຍ ທັ້ງທີ່ການຂໍຢ່າຫ້າງນີ້ ມັນເປັນນຳທັງຝ່າຍຍິງແລະຝ່າຍຊາຍບໍ່ພໍໃຈຢູ່ນໍາກັນ) ມາຮອດ ຊ່ວງປີ 2021 ຜູ້ເປັນເມຍ (ຜູ້ເ ສ ຍ ຊີ ວິ ດ) ຈຶ່ງໄດ້ໄປເອົາຜົວໃໝ່ ເມື່ອຜົວເກົ່າຮູ້ວ່າເມຍໄປເອົາຜົວ ໃໝ່ ຈຶ່ງໄດ້ແຈ້ງເຈົ້າໜ້າທີ່ ເມືອງທ່າທົມ, ແຂວງ ໄຊສົມບຸນ ເຂົ້າຈັບກຸມ ແລະ ຂັງໄວ້ໄດ້ໄລຍະ 1.

ເຊິ່ງໃນລະຫວ່າງກັກຂັງດັ່ງກ່າວ ທັງຕໍາຫລວດສືບຮູ້ວ່າ ນ. ໄອຢ່າງ ຫຼື ຜູ້ເ ສ ຍ ຊີ ວິ ດ ແມ່ນຖືພາຢູ່ຈຶ່ງໄດ້ ອານຸຍາດໃຫ້ກັບບ້ານໄດ້.
ຫລັງຈາກກັບບ້ານໄດ້ໄລຍະ 1 ຜູ້ເ ສ ຍ ຊີ ວິ ດ ໄດ້ລຸລູກ (ລູກເສຍຊີວິດໃນທ້ອງ) ໂດຍອາດເປັນຍ້ອນຄວາມຄຽດທີ່ຖືກກັກຂັງ. ເມື່ອທາງເຈົ້າໜ້າທີ່ສືບຮູ້ວ່າຜູ້ກ່ຽວໄດ້ລຸລູກແລ້ວ ຈຶ່ງໄດ້ເອີ້ນຜູ້ກ່ຽວກັບມາຫາເຈົ້າໜ້າທີ່ເມືອງທ່າທົມ ເພື່ອສຶບສວນສອບສວນເກັບກຳຂໍ້ມູນເພີ່ມເຕີມ.
ຄຣິບ1:

ນາງ ໄອຢ່າງ ແມ່ນໄດ້ເຂົ້າໄປໃຫ້ການ (ຄົນດຽວ) ເຖິງຢ່າງໃດກໍ່ຕາມທາງຄອບຄົວແມ່ນໄດ້ປະສານຢ່າງໃກ້ສິດ ເຊິ່ງຂັ້ນຕອນການປະຕິບັດຂອງເຈົ້າໜ້າທີ່ ແມ່ນ ໄດ້ນຳຜູ້ເ ສ ຍ ຊີ ວິ ດໄປເອໂກ່ຢູ່ ສຸກສາລາ ບ້ານທ່າວຽງ ເພື່ອໃຫ້ຮູ້ວ່າຍັງຖືພາ ຫລື ບໍ, ເມື່ອຮູ້ຜົນວ່າ ບໍ່ໄດ້ຖືພາແທ້ແລ້ວ ຈຶ່ງນໍາຜູ້ກ່ຽວກັບມາຄ້າຍຄຸມຂັງ.
ຄຣິບ2

ເຊິ່ງໃນຊ່ວງເວລາດັ່ງກ່າວຜູ້ກ່ຽວໄດ້ໂທຫາພໍ່ດ້ວຍສຽງຮ້ອງໄຫ້ວ່າ ໃຫ້ຊອກຫາຜູ້ຮູ້ມາຊ່ວຍ ແລະ ກະຮ້ອງໄຫ້ບໍ່ເຊົາ ຈົນສຽງໂທລະສັບໄດ້ ມິດຈາກໄປ ເຊິ່ງທາງຄອບຄົວກະບໍ່ໄດ້ຄິດຫຍັງຫລາຍ ຄິດວ່າໜ້າຈະຖຶກຂັງຄືເກົ່າທີ່ຜ່ານມາ.

ຮອດເຊົ້າຂອງມື້ທັດມາ ທາງຄອບຄົວຜູ້ເ ສ ຍ ຊີ ວິ ດຈຶ່ງໄດ້ກຽມຂອງກີນໄປໃຫ້ ນາງ ໄອຢ່າງ (ຜູ້ເ ສ ຍ ຊີ ວິ ດ) ກີນຢູ່ຄຸກ ແຕ່ພໍໄປຮອດ ຄ້າຍຄຸມຂັງ ເມືອງທ່າທົມ , ຂ. ໄຊສົມບຸນ ຈຶ່ງຮູ້ວ່າ ນາງ ໄອຢ່າງ ແມ່ນໄດ້ເສ ຍ ຊີ ວິ ດແລ້ວ ໂດຍທີ່ເຈົ້າໜ້າທີ່ກະບອກວ່ານອນຊື່ໆ ບໍ່ໄດ້ເສຍຊີວີດ ຫລັງຈາກນັ້ນຈຶ່ງເກີດເຫດການຕາມທີ່ເຫັນໃນຄຣິບ.
ຫຼັງຈາກເສ ຍຊີ ວິ ດ ທາງຍາດພີ່ນ້ອງໄດ້ສະເໜີໃຫ້ທາງ ຄ້າຍຄຸມຂັງ ເຮັດໃບຢັ້ງຢືນການເສ ຍ ຊີ ວິ ດ ແລະ ບົດບັນທຶກການສັນນະສູດສົບ ແຕ່ທາງເຈົ້າໜ້າທີ່ເມືອງທ່າທົມບໍ່ຍອມເຮັດ ແຕ່ເນື່ອງຈາກຍາດພີ່ນ້ອງໄດ້ຕໍ່ວ່າ ແລະ ຂໍໃຫ້ທາງເຈົ້າໜ້າທີ່ເຮັດາບົດບັນທຶກການສັນນະສຸດສົບເປັນເວລານານ ສຸດທ້າຍທັງເຈົ້າໜ້າທີ່ຈຶ່ງໄດ້ເອີ່ນໃຫ້ພະຍາບານ ຫຼື ທ່ານ ໝໍ ເຊິ່ງທາງຍາດພີ່ນ້ອງກະບໍ່ຮູ້ຂໍ້ມູນແນ່ນອນ ເຂົ້າມາສັນນະສູດສົບ ແຕ່ບົດບັນທຶກດັ່ງກ່າວ ແມ່ນບໍ່ມີໃຜເຊັນຮັບຮູ້ນໍາ ເນື່ອງຈາກ ທາງເຈົ້າໜ້າທີ່ແຈ້ງວ່າ ຫົວໜ້າບໍ່ຢູ່.
ຄຣິບ3

ປະຈຸບັນສິ່ງທີ່ຢາກໄດ້ຄື:
1. ໃຫ້ອອກມາຊີ້ແຈງວ່າ ເປັນຫຍັງ ນ ໄອຢ່າງ ຈຶ່ງເ ສ ຍ ຊີ ວິ ດ?
2. ການເສ ຍຊີ ວິ ດ ຂອງນ ໄອຢ່າງ ຢູ່ຄ້າຍຄຸມຂັງເທື່ອນີ້ ທາງເຈົ້າໜ້າທີ່ມີໜ້າທີ່ຕ້ອງຮັບຜິດຊອບແນວໃດແດ່ ຕໍ່ໜ້າກົດໝາຍບ້ານເມືອງທີ່ມີຢູ່ນະປະຈຸບັນ ທີ່ປະຊາຊົນລາວທຸກຄົນໃຫ້ຄວາມເຊື່ອໝັ້ນວ່າ ແມ້ກົດໝາຍດັ່ງກ່າວຈະນ້ອຍນິດພຽງເສັ້ນດ້າຍ ແຕ່ຈະບໍ່ມີໃຜຝ່າຝືນ ຫຼື ຂ້າມຜ່ານໄດ້?

3. ວອນຜູ້ໃຫຍ່ລົງກວດສອບ ແລະ ໃຫ້ຄວາມເປັນທໍາດ້ວຍ
4. ວອນສັງຄົມຊ່ວຍເປັນຫູເປັນຕານໍາກັນ ເພື່ອຄວາມເປັນທໍາທາງກັບເຈົ້າໜ້າທີ່ ແລະ ຜູ້ເ ສ ຍ ຊີ ວິ ດ
ທີ່ມາ:
