ຕາອີດູຕົນ ນໍ້າຕາສາວນັກຮ້ອງ
ໜ້າເຫັນໃຈ ນໍ້າຕາສາວນັກຮ້ອງ ເຮັດນາເດີບໍ່ໄດ້ເຮັດນົມ ຫຼັງຖືກສັງໃຫ້ລົບເພງອອກຈາກຊ່ອງ YouTube
ເຫັນແລ້ວອີຕົນພວກນ້ອງໆ ທີ່ຖືກສັງໃຫ້ລົບເພງເຮັດນາເດີບໍ່ໄດ້ເຮັດນົມ ອອກຈາກຊ່ອງYouTube

ກະຊວງຖະແຫລງຂ່າວ ສັ່ງພະແນກ ຖະແຫລງຂ່າວ ໃນທົ່ວປະເທດ ກວດກາຄືນບັນດາເນື້ອເພງ ສອງແງ່ ສາມງ່າມ ລາມົກອານາຈານ ອອກຜ່ານສັງຄົນອອນລາຍ ຍົກຕົວຢ່າງເພລງ ” ເນີນ x ອາລັງການ ”
– ອີງຕາມ ກົດຫມາຍວ່າດ້ວຍສິລະປະການສະແດງ ສະບັບເລກທີ 16/ສພຊ, ລົງວັນທີ 04 ພຶດສະພາ 2017
– ອີງຕາມ ກົດຫມາຍວ່າດ້ວຍສື່ມວນຊົນ ສະບັບເລກທີ 01/ສພຊ, ລົງວັນທີ 04 ພະຈິກ 2016
– ອີງຕາມ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຫ້ອງການ ກະຊວງ ຖວທ ສະບັບເລກທີ138/ຖວທ, ລົງວັນທີ 01 ມີນາ 2021
– ອີງຕາມ ທິດຊີ້ນໍາ ຂອງລັດຖະມົນຕີ ກະຊວງ ຖວທ ຄັ້ງວັນທີ 13 ມັງກອນ 2022

– ອີງຕາມບົດລາຍງານ ຂອງກົມສິລະປະການສະແດງ ສະບັບເລກທີ20/ສປສ, ລົງວັນທີ 13 ມັງກອນ 2022.
ຫ້ອງການ ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຂໍຖືເປັນກຽດ ແຈ້ງມາຍັງ ຫົວຫນ້າ ພະແນກ ຖວທ ແຂວງ, ນະຄອນຫຼວງ ໃນຂອບເຂດທົ່ວປະເທດ ຊາບວ່າ:
ປະຈຸບັນ ໄດ້ມີການປະດິດແຕ່ງບົດເພລງ ຂັບ-ລໍາ ທີ່ມີເນື້ອໃນລາມົກ, ອະນາຈານ ເຜີຍແຜ່ຜ່ານທາງສື່ອອນລາຍ ເຊິ່ງຜິດຕໍ່ກົດຫມາຍວ່າດ້ວຍສິລະປະການສະແດງ ມາດຕາ 38 ການກວດກາຜະລິດຕະພັນສິລະປະການສະແດງ ໄດ້ກໍານົດວ່າ
ຜະລິດຕະພັນສິລະປະການສະແດງ, ເນື້ອໃນ ຮູບການເຄື່ອນໄຫວ ຂອງລາຍການສະແດງທຸກປະເພດ ກ່ອນຈະນໍາອອກສະແດງ, ເຜີຍແຜ່, ຊື້-ຂາຍ ຫຼື ຜ່ານສືມວນຊົນທັງພາຍໃນ ແລະ ຕ່າງປະເທດ
ຕ້ອງໄດ້ຜ່ານການກວດກາ ແລະ ອະນຸຍາດຢ່າງຖືກຕ້ອງ ຈາກຂະແຫນງຖະແຫຼງ ຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຕາມການແບ່ງຂັ້ນຄຸ້ມຄອງ ແລະ ຕາມຂະແຫນງການ, ພາກສ່ວນທີ່ຕົນຂຶ້ນກັບ ແລະ ມາດຕາ 57 ຂໍ້ຫ້າມສໍາລັບນັກສິລະປິນ ຂໍ້ທີ 1 ຫ້າມປະດິດແຕ່ງ ຫຼື
ນໍາເອົາສິລະປະການສະແດງ ທີ່ເປັນຜິດໄພ, ເຊື່ອມຊາມ, ຊອດກະຈາ, ລາມົກອະນາຈານ, ລົບລູ່ ແຕະຕ້ອງເຖິງກຽດສັກສີ ຂອງບຸກຄົນອຶ່ນ, ກະຕຸ້ນຄວາມຮຸນແຮງ,ອາຊະຍາກໍາ, ສິ່ງເສບຕິດ, ການເຊື່ອຖືງົມງວາຍ ແລະ ອະບາຍຍະມຸກຕ່າງໆ ແລະ ກົດຫມາຍ ວ່າດ້ວຍສື່ມວນຊົນ (ສະບັບປັບປຸງ) ມາດຕາ 66 ຂໍ້ 7

ໂຄສະນາເຜີຍແຜ່ສິ່ງມຶນເມົາເກີນຂອບເຂດ, ການເຊື່ອຖືງົມງວາຍ, ການກະທໍາທີ່ຜິດ ກັບຮິດຄອງປະເພນີອັນດຶງາມຂອງຊາດ, ພາບ, ສຽງ ແລະ ການກະທໍາ ທີ່ກະທົບຕໍ່ຊີວິດ ແມ່ ແລະ ເດັກ ແລະ ສິ່ງ ຫຍໍ້ທໍ້ອື່ນໆ.
ສະນັ້ນ ຈຶ່ງມອບໃຫ້ຫົວຫນ້າພະແນກ ຖວທ ແຂວງ, ນະຄອນຫຼວງ ເອົາໃຈໃສ່ຄື:
1. ກວດກາຄືນ ບົດເພລງ, ຂັບ-ລຳ ທີ່ບໍ່ໄດ້ກວດຜ່ານ ແລະ ບໍ່ໄດ້ຮັບອະນຸຍາດ ທີ່ບຸກຄົນໄດ້ນໍາໄປລົງເຜີຍແຜ່ຜ່ານສື່ ອອນລາຍ ແລະ ໃຫ້ກ່າວເຕືອນ, ສຶກສາອົບຮົມ, ປະຕິບັດວິໄນ ຕາມກົດຫມາຍ ແລະ ລະບຽບການ ທີ່ກໍານົດໄວ້.
2. ໂຄສະນາເຜີຍແຜ່ ກົດຫມາຍວ່າດ້ວຍສິລະປະການສະແດງ ແລະ ກົດຫມາຍວ່າດ້ວຍສື່ມວນຊົນ ໃຫ້ປວງຊົນໄດ້ ຮັບຮູ້ຢ່າງກວ້າງຂວາງ. ດັ່ງນັ້ນ, ຈິ່ງແຈ້ງມາຍັງທ່ານ ເພື່ອຮັບຊາບ ແລະ ຈັດຕັ້ງປະຕິບັດດ້ວຍ.
ຫ້າມເຜີຍແຜ່ບົດເພງ, ຂັບ-ລໍາ ລາມົກອານາຈານ ໃນທຸກຮູບແບບຢູ່ທຸກສະຖານທີ່ ເປັນຕົ້ນ:

– ເພງ ເຮັດນາເດີບໍ່ໄດ້ເຮັດນົມ ນັກຮ້ອງຊື່: ວິນັດ ນັກຮຽນ ມສ ນ້ຳປຸກ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ;
-ເພງ ອະສຽບອະ ນັກຮ້ອງຊື່: ພິມບາຣາ ແຂວງຫຼວງພະບາງ;
-ເພງ ເຮັດນົມສາບໍ່ຕ້ອງເຮັດນາ ນັກຮ້ອງຊື່: ພີມບາ ແຂວງຫຼວງພະບາງ;
-ເພງ ເຮັດນາເດີ ບໍ່ແມ່ນເຮັດໜ້າ; ຂັບງື່ມຢູ່ບ້ານແກ້ວກູ່ ເມືອງແກ້ວອຸດົມ ແຂວງວຽງຈັນ
ແລະ ບົດເພງ, ຂັບ-ລໍາ ອື່ນໆທີ່ບໍ່ໄດ້ກວດຜ່ານ ແລະ ອະນຸຍາດຈາກຂະແໜງ ຖວທ.