#ພິທີຈັດງານຊາປະນະກິດສົບຂອງສະຫາຍ ຈັນ ບຸບຜາລີວັນ ໄດ້ຈັດຂຶ້ນຢ່າງສົມກຽດ —————-
#ພິທີຈັດງານຊາປະນະກິດສົບຂອງສະຫາຍ ຈັນ ບຸບຜາລີວັນ ອະດີດກໍາມະການປະຈໍາພັກແຂວງ , ອະດີດກໍາມະການສູນກາງແນວລາວສ້າງຊາດ, ອະດີດປະທານແນວລາວສ້າງຊາດແຂວງ , ອະດີດເຈົ້າເມືອງໆທ່າແຂກ-ປະທານ ອ.ພ.ບ.ຕ, ອະດີດຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງຄໍາມ່ວນໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 22 ມັງກອນ 2022 ຢູ່ທີ່ສຸສານຫຼັກ 4 ເທສະບານເມືອງທ່າແຂກ ແຂວງຄໍາມ່ວນ , ເຂົ້າຮ່ວມໃນພິທີດັ່ງກ່າວມີສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄໍາມ່ວນ , ສະຫາຍ ສົມມາດ ພົນເສນາ ກໍາມະການສູນກາງພັກ ຮອງປະທານສະພາແຫ່ງຊາດ , ມີບັນດາສະຫາຍໃນຄະນະການນໍາພັກ-ລັດຂັ້ນສູງຂອງແຂວງ , ພະນັກງານອາວຸໂສບໍານານ , ພຣະເຖລະ-ນຸເຖລະ,ຕະຫຼອດເຖິງຍາດຕິພີ່ນ້ອງ , ຕາງໜ້າຈາກພາກສ່ວນຕ່າງໆອ້ອມຂ້າງແຂວງເຂົ້າຮ່ວມໄຫວ້ອາໄລເປັນຄັ້ງສຸດທ້າຍ .

ໃນຊ່ວງໄລຍະທີ່ສະຫາຍ ຈັນ ບຸບຜາລີວັນຍັງມີຊີວິດຢູ່ສະຫາຍກໍ່ແມ່ນຜູ້ຫນຶ່ງທີ່ໄດ້ປະກອບສ່ວນເຫື່ອແຮງ , ສະ ຕິປັນຍາເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ທັງພັດທະນາຕົນເອງ,ຄອບຄົວ ແລະ ສັງ ຄົມເດີນໄປຕາມແນວທາງນະໂຍບາຍຂອງພັກ-ລັດ , ປະກອບສ່ວນຊ່ວຍເຫຼືອສັງຄົມໄດ້ດີຕະຫຼອດມາ.

ດ້ວຍຄວາມຮູ້ບຸນຄຸນເປັນການລະນຶກເຖິງຜົນງານ ແລະ ຄຸນງາມຄວາມດີຂອງສະຫາຍທີ່ໄດ້ສ້າງໄວ້ໃນໄລຍະ ຜ່ານມາ.
ສະນັ້ນການຈັດຕັ້ງພັກ-ລັດຂັ້ນແຂວງພ້ອມດ້ວຍຄອບຄົວ,ຍາດຕິພີ່ນ້ອງ,ເພື່ອນມິດສະຫາຍທີ່ຢູ່ໃກ້ ແລະ ໄກຈິ່ງໄດ້ພ້ອມກັນຈັດງານຊາປະນະກິດສົບ,ໄຫວ້ອາໄລ, ສົ່ງສະການໃຫ້ສະຫາຍ ຈັນ ບຸບຜາລີວັນຢ່າງສົມກຽດ.
ຕົກມາຮອດວັນທີ 17 ມີຖຸນາ 2021 ສະຫາຍ ຈັນ ບຸບຜາລີວັນໄດ້ເລີ້ມມີອາການເຈັບປ່ວຍດ້ວຍພະຍາດຂອງ ສະຫາຍເອງທາງຄອບຄົວ,ລູກຫຼານ,ຍາດພີ່ນ້ອງ,ເພື່ອນມິດສະຫາຍ ແລະ ການຈັດຕັ້ງພັກ-ລັດ,ແພດຫມໍ, ກໍ່ໄດ້ເອົາໃຈ ໃສ່ປິ່ນປົວດ້ວຍຢາຫຼວງ,ຢາພື້ນເມືອງທັງພາຍໃນ ແລະ ຕ່າງປະເທດເພື່ອຊ່ວຍເຫຼືອ ແລະ ກອບກູ້ເອົາຊີວິດຂອງສະຫາຍແຕ່ຍິ່ງສຸມໃສ່ປິ່ນປົວເທົ່າໃດອາການເຈັບເປັນສະຫາຍ ຈັນ ບູບຜາລີວັນກໍ່ບໍ່ໄດ້ລົດ ແລະ ບໍ່ສາມາດກອບກູ້ເອົາຊີ ວິດຂອງສະຫາຍໄວ້ໄດ້ .
ມາຮອດເວລາ 5 ໂມງ 30 ນາທີຂອງວັນທີ 19 ມັງກອນ 2022, ສະຫາຍທົນກັບອາການເຈັບປ່ວຍບໍ່ໄດ້ກໍ່ໄດ້ສິ້ນລົມຫາຍໃຈ ແລະ ຈາກທຸກສິ່ງທຸກຢ່າງໃນໂລກພິພົບແຫ່ງນີ້ຈາກພວກເຮົາໄປຢ່າງບໍ່ມີວັນກັບຄືນ ມາອີກແລ້ວລວມອາຍຸໄດ້ 59 ປີ.
ການຈາກໄປຂອງສະຫາຍ ຈັນ ບຸບຜາລີວັນເປັນການສູນເສຍອະດີດພະນັກງານນໍາພາ-ຄຸ້ມຄອງໄປອີກຜູ້ຫນຶ່ງເຊິ່ງເປັນການສູນເສຍຜົວທີ່ແສນຮັກ ແລະ ພໍ່ຜູ້ບັງເກີດເກົ້າທີ່ແສນເຄົາລົບຮັກຂອງລູກຫຼານ, ເປັນການສູນເສຍອ້າຍນ້ອງຄີງຮ່ວມອຸທອນພໍ່ແມ່ດຽວກັນຂອງຄອບຄົວບຸບຜາລີວັນ,ເປັນການສູນເສຍເພື່ອນທີ່ດີຂອງໝູຄູ່ໄປອີກຜູ້ຫນຶ່ງ;ເຊິ່ງມັນເຮັດໃຫ້ການຈັດຕັ້ງພັກ-ລັດຂັ້ນແຂວງ,ຄອບຄົວ, ລູກ-ຫຼານ, ຍາດພີ່ນ້ອງ, ເພື່ອນມິດສະຫາຍສຸດແສນເສຍດາຍ ແລະ ອາໄລອາວອນເຖິງສະຫາຍ ຈັນ ບຸບຜາລີວັນທີ່ໄດ້ຈາກພວກເຮົາໄປໂດຍ ບໍ່ວັນກັບ ແລະ ຄືນມາອີກ .

ຕໍ່ກັບຊື່ສຽງລຽງນາມ,ຜົນງານ ແລະຄຸນງາມຄວາມດີທີ່ສະຫາຍ ຈັນ ບຸບຜາລີວັນໄດ້ສ້າງໄວ້ ໃນໄລຍະ ຜ່ານມານັ້ນການຈັດຕັ້ງພັກ-ລັດ , ຄອບຄົວ, ລູກຫຼານ,ເພື່ອນມິດສະຫາຍຈະນໍາໄປສືບທອດເອົາເປັນບົດ ຮຽນ ແລະ ຈາລຶກໄວ້ຕະຫຼອດໄປ. #https://khammouanenews.com/ #medialaos #ແຂວງຄໍາມ່ວນ