ຮ່ວມໃຈກັນແທ້ ຈຶ່ງແກ້ໄດ້ປາກົດການຫຍໍ້ທໍ້ທາງສັງຄົມ

ປາກົດການຫຍໍ້ທໍ້ທາງສັງຄົມ ເປັນສິ່ງທ້າທາຍແລະ ສົ່ງຜົນສະທ້ອນທາງລົບຕໍ່ການພັດທະນາເສດຖະ ກິດ-ສັງຄົມ ເປັນຕົ້ນບັນຫາຢາເສບຕິດ,ອຸບັດເຫດຕາມຖະໜົນ, ການຫລິ້ນກິນຟຸມເຟືອຍ ແລະ ອື່ນໆ ເຊິ່ງຜ່ານມາ, ລັດຖະບານ ໄດ້ຖືສຳຄັນຕ້ານ ແລະ ສະກັດກັ້ນບັນຫາເຫລົ່ານີ້ສຸດຂີດທັງໃຫ້ເປັນພັນທະໜ້າ ທີ່ຂອງທົ່ວປວງຊົນ. ແນວໃດກໍດີໃນຄວາມເປັນຈິງແລ້ວ,ປາກົດການຫຍໍ້ທໍ້ທາງສັງຄົມຍັງບໍ່ມີທ່າຫລຸດລົງ.


ການສຶກສາອົບຮົມແນວຄິດໃຫ້ມີສະຕິຕໍ່ລະບຽບກົດໝາຍສໍາຄັນຫລາຍໂດຍສະເພາະຢູ່ແຕ່ລະຄອບຄົວ. ຂັ້ນ ຮາກຖານ ນອກຈາກເປັນແກນກາງເຕົ້າໂຮມຄວາມສາມັກຄີ ເປັນປຶກແຜ່ນແໜ້ນໜ້າ ເພື່ອການພັດທະນາ ແລ້ວກໍຕ້ອງຖືສຳຄັນການຕ້ານ-ສະກັດກັ້ນບັນດາປາກົດການຫຍໍ້ທໍ້ຢ່າງເປັນຈິງເປັນຈັງ, ບັນດາການເຄື່ອນ ໄຫວ ທຸລະກິດນ້ອຍທີ່ມີຄວາມສ່ຽງຕໍ່ການເກີດໜໍ່ແໜງປາກົດການຫຍໍ້ທໍ້ຕ່າງໆ ບໍ່ຄວນອະນຸຍາດໃຫ້ເຮັດ ເປັນຕົ້ນ ຮ້ານເກມ ທີ່ເປີດຕະຫລອດ 24 ຊົ່ວໂມງ, ຮ້ານກິນດື່ມໃນເຂດສຶກສາຮໍ່າຮຽນ ແລະ ຄວນໝັ່ນ ຕິດຕາມກວດກາການປະຕິບັດລະບຽບຂອງບັນດາທຸລະກິດທີ່ພົວພັນການຫລິ້ນກິນຟຸມເຟືອຍໃຫ້ເຄື່ອນໄຫວຢູ່ໃນຂອບກົດໝາຍຢ່າງເຄັ່ງຄັດ.


ຕິດຕາມເກັບກຳການເຄື່ອນໄຫວຂອງປະຊາຊົນພາຍໃນໜ່ວຍ-ບ້ານຕົນເອງໃຫ້ໄດ້ເພື່ອສາມາດສະກັດກັ້ນແຕ່ຫົວທີ ຖ້າມີໜໍ່ແໜງສິ່ງບໍ່ດີຕ່າງໆ. ບັນດາສະຖາບັນສຶກສາສອດຫ້ອຍ ເນື້ອໃນປຸກລະດົມຕ້ານສະກັດກັ້ນປາກົດການຫຍໍ້ທໍ້ເປັນຕົ້ນຜົນຮ້າຍຢາເສບຕິດ, ການຮຽນກົດລະບຽບຈະ ລາຈອນ ແລະ ອື່ນໆ, ອົງການຈັດຕັ້ງມະຫາຊົນທຸກຂັ້ນ ເຄື່ອນໄຫວຕິດພັນກັບການປຸກລະດົມ ຕ້ານ-ສະ ກັດກັ້ນປາກົດການຫຍໍ້ທໍ້ທຸກຮູບແບບ; ວັດກໍຄືພະສົງ ມີບົດບາດສຳຄັນໃນການປຸກລະດົມ ສາສະນິກະຊົນ ສະກັດກັ້ນອະບາຍະມຸກທຸກປະເພດ ເພື່ອຕ້ານ-ສະກັດກັ້ນປາກົດການຫຍໍ້ທໍ້ທາງສັງຄົມ


ການຈັດຕັ້ງຂັ້ນ ເທິງທີ່ກ່ຽວຂ້ອງ ເມື່ອໄດ້ຮັບລາຍງານ ຫລື ການສະເໜີຂອງທ້ອງຖິ່ນຮາກຖານຕ້ອງຮີບຮ້ອນສົມທົບ ຢ່າງກົມກຽວເພື່ອສະກັດກັ້ນ-ແກ້ໄຂບັນຫາໃຫ້ທັນການບໍ່ປ່ອຍປະໃຫ້ບັນຫາບານປາຍ ຫລື ຊໍາເຮື້ອ…

ການສູນເສຍຊີວິດຈາກບັນດາປາກົດການຫຍໍ້ທໍ້ທາງສັງຄົມ ເປັນການສູນເສຍກຳລັງແຮງງານໃນການພັດ ທະນາ, ທຸກຄົນ, ທຸກຄອບຄົວ, ທຸກພາກສ່ວນ ຕ້ອງຮ່ວມໃຈກັນແທ້ ຈຶ່ງຈະແກ້ໄຂຈຳກັດລົງໄດ້ ເຊິ່ງປະ ການສຳຄັນ ແມ່ນການສ້າງສະຕິເຄົາລົບກົດໝາຍ, ການເປັນຫູເປັນຕາຊ່ວຍເຈົ້າໜ້າທີ່-ອົງການປົກຄອງ ບໍ່ຄວນເຮັດເອົາຫູໄປນາເອົາຕາໄປໄຮ່ ບໍ່ສົນໃຈວຽກບ້ານການເມືອງ, ບັນຫາຂອງຄົນອື່ນກໍຄືບັນຫາຂອງເຮົາ ຊ່ວຍກັນສະກັດກັ້ນ ແຕ່ຫົວທີດີທີ່ສຸດແລ…

Related Posts

Leave a Reply

Your email address will not be published. Required fields are marked *