ຮອງປະທານປະເທດ ເນັ້ນກອງພົນທີ 1 ເປັນເຈົ້າການປົກປັກຮັກສາຄວາມສະຫງົບຢູ່ທ້ອງຖິ່ນ ຕິດພັນກັບວຽກ 3 ສ້າງ

ຂປລ.ໃນວັນທີ 24 ມັງກອນ 2022 ນີ້, ສະຫາຍ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ລົງຢ້ຽມຢາມ ແລະ ພົບປະໂອ້ລົມ ພະນັກງານຫລັກແຫລ່ງຢູ່ກອງພົນທີ 1 ເນື່ອງໃນໂອກາດວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 73 ປີ, ມີຄະນະນໍາກະຊວງປ້ອງກັນປ້ອງກັນປະເທດ, ການນໍາແຂວງວຽງຈັນ, ຄະນະພັກ-ຄະນະບັນຊາ, ພະນັກງານ-ຫລັກແຫລ່ງກອງພົນທີ 1 ໃຫ້ການຕ້ອນຮັບ.
ສະຫາຍ ພັນເອກ ວົງຈັນ ພັນຈັນທະມານ ຫົວໜ້າການເມືອງກອງພົນທີ 1 ໄດ້ກ່າວຕ້ອນຮັບ ພ້ອມທັງລາຍງານໂດຍຫຍໍ້ ກ່ຽວກັບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ຕາມພາລະບົດບາດໜ້າທີ່ການເມືອງຂອງກົມກອງ ເຊິ່ງໃນຕະຫລອດໄລຍະທີ່ຜ່ານມາ ຄະນະພັກ-ຄະນະບັນຊາກອງພົນ ໄດ້ສຸມໃສ່ການນຳພາປັບປຸງກໍ່ສ້າງກຳລັງ-ກໍ່ສ້າງກົມກອງ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດ ວາງອອກ, ຈັດຕັ້ງກໍາລັງລົງກໍ່ສ້າງຮາກຖານການເມືອງ ແລະ ສ້າງທ່າສະໜາມສົງຄາມປະຊາຊົນ ໂດຍສຸມໃສ່ຂອບເຂດກົມກອງຕັ້ງທັບຢູ່ ເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢ່າງກວ້າງຂວາງ ສາມາດຮັບປະກັນເຮັດໃຫ້ຂອບເຂດຮັບຜິດຊອບມີຄວາມສະຫງົບປອດໄພດີ.

ໄປຄຽງຄູ່ກັນນັ້ນ ຍັງໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບ ໃນທົ່ວກົມກອງ ມີຄຸນທາດການເມືອງໜັກແໜ້ນ, ຮັບຮູ້ເຊື່ອມຊຶມບັນດາແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດ 7 ລະບອບ 18 ວຽກ ຂອງກອງທັບວາງອອກ, ສຸມໃສ່ວຽກງານອົບຮົມຫັດແອບປະຈໍາປີ ເພື່ອປັບປຸງລະບຽບແບບແຜນ ເຝິກຝົນກໍາລັງແຮງກາຍຂອງນາຍ ແລະ ພົນທະຫານ ໃຫ້ມີຄວາມຊຳນິຊຳນານ, ຄ່ອງແຄ້ວ ໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງຕົນ ທັງໄດ້ຍົກສູງນໍ້າໃຈເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໂດຍຂຸດຄົ້ນແຫລ່ງທ່າແຮງບົ່ມຊ້ອນຂອງກົມກອງທີ່ມີຢູ່ເຂົ້າໃນການເພີ່ມພູນຜະລິດຜົນ ປູກຝັງ-ລ້ຽງສັດ ເຮັດໃຫ້ຊີວິດການເປັນຢູ່ຂອງພະນັກງານ- ນັກຮົບ ດີຂຶ້ນເທື່ອລະກ້າວ ແລະ ສາມາດເຮັດສໍາເລັດໜ້າທີ່ວຽກງານ ຕາມການມອບໝາຍຂອງຂັ້ນເທິງຢ່າງມີຜົນສໍາເລັດອັນຈົບງາມ.
ໂອກາດດັ່ງກ່າວ ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍໄດ້ໂອ້ລົມຫລາຍບັນຫາທີ່ສຳຄັນ ພ້ອມທັງເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບທົ່ວກອງພົນ ຈົ່ງພ້ອມກັນເຊີດຊູສະຕິລະວັງຕົວ, ປົກປັກຮັກສາແນວທາງນະໂຍບາຍຂອງ ພັກ-ລັດ, ໝາກຜົນຂອງການປະຕິວັດ, ປົກປັກຮັກສາລະບອບໃໝ່ ປະຊາທິປະໄຕ ປະຊາຊົນ ໄວ້ໃຫ້ໝັ້ນຄົງ. ສືບຕໍ່ກໍ່ສ້າງ ແລະ ປັບປຸງຕາໜ່າງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຢູ່ຮາກຖານໃຫ້ທົ່ວເຖິງ, ຍົກສູງສະຕິເປັນເຈົ້າໃນການປົກປັກຮັກສາທ້ອງຖິ່ນ, ຕ້ານປະກົດການຫຍໍ້ທໍ້ຕ່າງໆໃຫ້ທັນການ, ເພີ່ມທະວີເຮັດວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດຮອບດ້ານ ຕາມທິດ 3 ສ້າງ, ກົມກອງຕັ້ງທັບຢູ່ບ່ອນໃດ ຕ້ອງມີໜ້າທີ່ເຮັດວຽກງານກໍ່ສ້າງຮາກຖານຢູ່ບ່ອນນັ້ນໃຫ້ດີ, ຕັ້ງໜ້າປັບປຸງລະບົບການເມືອງຢູ່ຂັ້ນຮາກຖານບ້ານ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນເຂົ້າຮ່ວມ ໃນການປົກປັກຮັກສາ ແລະ ພັດທະນາທ້ອງຖິ່ນ, ຕັ້ງໜ້າໂຄສະນາປຸກລະດົມຂົນຂວາຍປະຊາຊົນ ໃຫ້ມີຄວາມສາມັກຄີ ແລະ ປະຕິບັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ຮາກຖານ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງກອງທັບ, ຕັ້ງໜ້າປັບປຸງກໍ່ສ້າງກອງທັບໃຫ້ມີຄວາມໜັກແໜ້ນເຂັ້ມແຂງໃນທຸກດ້ານກ້າວຂຶ້ນກາຍເປັນກອງທັບປະຕິວັດ ທີ່ມີລະບຽບແບບແຜນທັນສະໄໜຢ່າງບໍ່ຢຸດຢັ້ງ.
ຈາກນັ້ນ, ສະຫາຍ ນາງ ປານີ ຢາທໍ່ຕູ້ ຍັງໄດ້ທ່ຽວຊົມຫໍມູນເຊື້ອ, ກົມກອງວັດທະນະທໍາ ຂອງກອງພົນທີ 1 ພ້ອມທັງມອບວັດຖຸປັດໄຈ ແລະ ເຄື່ອງອຸປະໂພກ-ບໍລິໂພກຈໍານວນໜຶ່ງໃຫ້ກົມກອງ ເພື່ອເປັນການຊຸກຍູ້ກໍາລັງແຮງໃຈໃຫ້ພະນັກງານ-ນັກຮົບ ເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ມີຜົນສໍາເລັດອັນໃໝ່ໃຫຍ່ຫລວງກວ່າເກົ່າ.ຂ່າວ:ໜສພ ກອງທັບ