ຈັບໄດ້ອີກແລ້ວ

ປກສ ແຂວງບໍ່ແກ້ວ ຈັບເປົ້າໝາຍ ໄດ້ 4 ຄົນ ພ້ອມຢາບ້າ ແລະ ຢາໄອສ໌ ລວມນ້ຳໜັກ 4 ໂຕນກວ່າ ————— +++ ————

ວັນທີ 26 ມັງກອນ ນີ້, ເວລາປະມານ 17:30 ໂມງ ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ມ້າງຄະດີຢາເສບ ຕິດລາຍໃຫຍ່ ຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຈັບເປົ້າໝາຍ ໄດ້ 4 ຄົນ,ພ້ອມຂອງກາງ ຢາບ້າ 18.240 ມັດ ເທົ່າກັບ 36.480.000 ເມັດ, ໜັກ 3.648 ກິໂລກຼາມ; ຢາໄອສ໌ 590 ກິໂລກຼາມ; ເຮໂຣອິນ 2 ແທ່ງ,ປືນສັ້ນ 1 ກະບອກ ແລະ ລົດໃຫຍ່ 4 ຄັນ.

ເຈົ້າໜ້າທີ່ ປກສ ແຂວງບໍແກ້ວ ໃຫ້ຮູ້ວ່າ: ຜູ້ຖືກຫາ 4 ຄົນ ຊື່: ທ້າວ ໄຊບໍທໍ່ ອາຍຸ 34 ປີ ; ທ້າວ ມົວວາ ອາຍຸ 25 ປີ ທັງສອງຢູ່ບ້ານກິ່ວລົມ ເມືອງປາກທາ ແຂວງບໍ່ແກ້ວ; ທ້າວ ລົງວີ ອາຍຸ 26 ປີ ແລະ ນາງ ຈຶເຮີ ອາຍຸ 29 ປີ ທັງສອງຢູ່ບ້າຮົ່ມເຢັນ ເມືອງ ຕົ້ນເຜິ້ງ ແຂວງບໍ່ແກ້ວ.

ປັດຈຸບັນ.ຄະດີດັ່ງກ່າວ ເຈົ້າໜ້າທີ່ຕໍາຫຼວດກອງບັນຊາການ ປກສ ແຂວງບໍ່ແກ້ວ ພວມສືບຕໍ່ສອບສວນຂະຫຍາຍຜົນ

_.ທີ່ມາ: ວາລະສານປ້ອງກັນຄວາມສະຫງົບ

ຂໍ້ມູນ: ປກສ ແຂວງບໍ່ແກ້ວ

Related Posts

Leave a Reply

Your email address will not be published. Required fields are marked *