ອີງຕາມການລາຍງານຂອງ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ລາຍງານ ວັນທີ 29 ມັງກອນ 2022 ນີ້ ໃຫ້ຮູ້ວ່າ:

ປັດຈຸບັນ ມີຫລາຍຄົນ ຊື້ເຄື່ອງກວດແບບໄວມາກວດເອງ ແລະ ຜົນກວດເປັນບວກ ຈຶ່ງປິ່ນປົວຕົນເອງ ຢູ່ເຮືອນເປັນຈຳນວນຫຼາຍ ໂດຍບໍ່ໄດ້ແຈ້ງ ຫລື ລົງທະບຽນໃຫ້ແກ່ເຈົ້າໜ້າທີ່ກ່ຽວຂ້ອງຮັບຮູ້ ເນື່ອງຈາກ ຢ້ານຖືກສັງຄົມລັງກຽດ ແລະ ອາດຈະສົ່ງຜົນກະທົບຕໍ່ວຽກງານຂອງຕົນ ເຮັດໃຫ້ແພດໝໍ ບໍ່ສາມາດເກັບກຳຂໍ້ມູນຂອງຄົນເຈັບໄດ້ຢ່າງຖືກຕ້ອງ ແລະຄົບຖ້ວນໄດ້, ເມື່ອມີອາການໜັກ ການປະສານງານ ເພື່ອເຂົ້າຮັບການປິ່ນປົວຢູ່ໂຮງໝໍອາດຈະຊັກຊ້າ ໂດຍສະເພາະ ຜູ້ທີ່ມີອາຍຸສູງກວ່າ 60 ປີຂຶ້ນໄປ, ຜູ້ທີ່ມີພະຍາດປະຈຳໂຕ ແລະ ແມ່ຍິງຖືພາ ຫາກບໍ່ໄດ້ຮັບການປິ່ນປົວຢ່າງທັນການ ມີຄວາມສ່ຽງສູງທີ່ຈະກ້າວໄປເຖິງຂັ້ນວິກິດ ແລະເສຍຊີວິດໄດ້.

ອີກເທື່ອໜຶ່ງ ຂໍຮຽກຮ້ອງ ໃຫ້ຄອບຄົວ, ໝູ່ເພື່ອນ, ຄົນອ້ອມຂ້າງ, ເພື່ອນຮ່ວມງານ ແລະສັງຄົມ ຈົ່ງມີຄວາມເອື້ອເຟື້ອເຜື່ອແຜ່ ຕໍ່ຜູ້ທີ່ຕິດເຊື້ອ ແລະ ໃຫ້ກໍາລັງໃຈ ເພື່ອໃຫ້ເຂົາເຈົ້າສາມາດກັບມາໃຊ້ຊີວິດແບບປົກກະຕິໄດ້ໂດຍໄວ.

ຕໍ່ແນວທາງການປິ່ນປົວໃໝ່ນີ້ ເງື່ອນໄຂຕົ້ນຕໍຂອງຄອບຄົວ ເພື່ອກຽມພ້ອມປິ່ນປົວຄົນຕິດເຊື້ອຢູ່ເຮືອນປະກອບມີ:
– ມີຫ້ອງສຳລັບແຍກປ່ຽວຄົນຕິດເຊື້ອ,- ມີຄົນດູແລໄດ້ຕະຫຼອດ 14 ວັນທີ່ແຍກປ່ຽວ,
– ມີຄວາມສາມາດສື່ສານຕິດຕໍ່ຫາທິມແພດເພື່ອລາຍງານສະພາບ ແລະ ເມື່ອຕ້ອງການການຊ່ວຍເຫຼືອພ້ອມທັງບໍ່ມີປັດໃຈສ່ຽງອື່ນທີ່ເປັນຂໍ້ຫ້າມ.

ໃນລາຍລະອຽດ ກ່ຽວກັບເງື່ອນໄຂອື່ນໆ ແລະ ຜູ້ປິ່ນປົວຢູ່ເຮືອນຕ້ອງຕິດຕາມຕົນເອງແນວໃດແລະ ປິ່ນປົວແນວໃດນັ້ນ ແມ່ນໃຫ້ຕິດຕາມໃນລາຍການສຳພາດລະອຽດຂອງສູນສື່ສານການແພດສຸກຂະສຶກສາ ເພື່ອເຂົ້າໃຈໃຫ້ເລິກເຊິ່ງແລະ ລະອຽດ.

ຄະນະສະເພາະກິດ ຂໍຂອບໃຈ ມາຍັງທ່ານຜູ້ຕິດເຊື້ອ ທີ່ສະໝັກໃຈປິ່ນປົວຕົນເອງຢູ່ເຮືອນ ແລະພ້ອມດ້ວຍຄອບຄົວທີ່ໃຫ້ການຮ່ວມມືເປັນຢ່າງດີ. ພວກເຮົາຖືວ່າ ນີ້ເປັນການຕັດສິນໃຈສູງຂອງຜູ້ຕິດເຊື້ອ ເພື່ອສະຫງວນຕຽງໃຫ້ໂຮງໝໍໃຫຍ່ສໍາລັບຄົນເຈັບທີ່ມີອາການປານກາງ ໄປຈົນເຖິງອາການຂັ້ນວິກິດ ໃຫ້ສາມາດໄດ້ປິ່ນປົວຢ່າງທັນການ ເພື່ອບໍ່ໃຫ້ກ້າວໄປເຖິງຂັ້ນເສຍຊີວິດ
ແຕ່ເຖິງຢ່າງໃດກໍຕາມ ຂໍໃຫ້ຜູ້ຕິດເຊື້ອພິຈາລະນາຕາມເງື່ອນໄຂໃນການປິ່ນປົວຢູ່ເຮືອນ ວ່າຕົນເອງເຂົ້າຕາມເງື່ອນໄຂຫຼືບໍ່ ເຊັ່ນ:ຕິດເຊື້ອບໍ່ສະແດງອາການ ຫລື ມີອາການເບົາບາງ, ບໍ່ຖືພາ, ອາຍຸຕໍ່າກວ່າ 60 ປີ ແລະ ບໍ່ມີພະຍາດປະຈຳຕົວ. ໃນຂະນະດຽວກັນ ການປິ່ນປົວຢູ່ເຮືອນ ຄວນມີຫ້ອງແຍກປ່ຽວ ແລະ ມີຄົນດູແລທີ່ແຂງແຮງດີ ແລະ ໄດ້ສັກວັກຊີນຄົບຖ້ວນ.
ຄະນະສະເພາະກິດ ຮຽກຮ້ອງໃຫ້ຜູ້ຕິດເຊື້ອທີ່ມີຈຸດປະສົງປິ່ນປົວຢູ່ເຮືອນ ຈິງໃຈລາຍງານຄວາມເປັນຈິງຂອງສະພາບຕົນເອງ ເມື່ອແພດໂທສອບຖາມ ເພື່ອຕິດຕາມອາການນັ້ນ, ຖ້າຜູ້ຕິດເຊື້ອມີອາການປານກາງ ຫລື ອາການຮ້າຍແຮງຫລື ຜູ້ສູງອາຍຸ ແມ່ນບໍ່ຄວນປິ່ນປົວຢູ່ເຮືອນຢ່າງເດັດຂາດ ເພາະໂອກາດທີ່ຈະກ້າວໄປສູ່ຂັ້ນຮຸນແຮງ, ວິກິດ ຫລື ເສຍຊີວິດ ແມ່ນສູງຫລາຍ.ໃນໄລຍະບຸນປີໃໝ່ຂອງ ພີ່ນ້ອງຊາວ
ຫວຽດນາມ ແລະ ຈີນ ທີ່ໃກ້ຈະມາເຖິງນີ້ ຂໍໃຫ້ພີ່ນ້ອງຊາວຫວຽດນາມ ແລະ ຈີນ ສະເຫລີມສະຫລອງປີໃໝ່ໂດຍຄວາມມ່ວນຊື່ນ ເບີກບານແລະ ພ້ອມກັນນັ້ນ ກໍຢາກໃຫ້ປະຕິບັດມາດຕະການປ້ອງກັນຕົນເອງທີ່ທາງຄະນະສະເພາະກິດໄດ້ແນະນຳ ແລະ ສຳລັບນະຄອນຫລວງວຽງຈັນກໍໃຫ້ປະຕິບັດຕາມແຈ້ງການຂອງຄະນະສະເພາະກິດວາງອອກ ແລະ ແຈ້ງການຂອງກະຊວງປ້ອງກັນຄວາມສະຫງົບ, ສະບັບເລກທີ019/ປກສ.ນວ, ລົງວັນທີ 25 ມັງກອນ 2022ກ່ຽວກັບ ການເພີ່ມທະວີ ຮັກສາຄວາມຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ໃນງານບຸນປີໃໝ່ຫວຽດນາມ-ຈີນ ປີ2022. ເພື່ອໃຫ້ງານສະເຫລີມສະໜອງປີໃໝ່ແລະ ການໄຫວບັນພະບູລຸດ ຜ່ານພົ້ນໄປໂດຍດີແລະ ມີຄວາມປອດໄພ.