#ອຸປະຕິເຫດເທິງເສັ້ນທາງດ່ວນ
ເຫດລົດໃຫຍ່+ລົດໃຫຍ່ ( ບາດເຈັບ1ລາຍ )———-ວັນທີ30/01/2022 ເວລາ 21:00ໂມງ.

_

ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ໄດ້ຮັບແຈ້ງເຫດເຂົ້າເບີໂທສຸກເສີນ 1623 ວ່າມີເຫດລົດໃຫຍ່ຕຳລົດໃຫຍ່ໃນເສັ້ນທາງດ່ວນ.

_

ຈຸດເກີດເຫດແມ່ນເຂດວັງຄີກ້ອງຂົວອ່າງນຳ້ງື່ມ1 ໜ່ວຍກູ້ໄພອອກກວດສອບເຫດພົບຜູ້ບາດເຈັບ 1ຄົນ ເພດຊາຍ ອາຍຸ 37ປີ ຍັງຕິດພາຍໃນລົດບໍ່ສາມາດອອກມາໄດ້ ດັ່ງນັ້ນໜ່ວຍກູ້ໄພໄດ້ໃຊ້ອຸປະກອນຕັດງັດເອົາຄົນເຈັບອອກມາອາການເບື້ອງຄົນຂາແລະແຂນຫັກ ຄົນເຈັບມີສະຕິ.

ທາງຫນ່ວຍກູ້ໄພ1623 ຈຶ່ງໄດ້ປະຖົມພະຍາບານເບື້ອງຕົ້ນແລ້ວນຳສົ່ງໂຮງໝໍ ມິດຕະພາບ 150ຕຽງ.

#ຈຸດນາເລົ່າ—————————ທ່ານໃດຢາກບໍລິຈາກກໍສາມາດບໍລິຈາກໄດ້ທີ່ເລກບັນຊີຂອງ ຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກ ແຫ່ງ ສປປ ລາວ
#ບາດເຈັບສຸກເສີນໂທແຈ້ງທີ່ເບີ1623ຕະຫຼອດ24ຊົ່ວໂມງ.