Lao News

ຂໍຄວາມຊ່ວຍເຫຼືຶອ 5 ຄອບຄົວທີ່ລຳບາກຫຼາຍ, ບໍ່ວ່າເຂົ້າກິນ ອາຫານແຫ້ງ ແລະ ເຄື່ອງນຸ່ງມືສອງຂອງທ່ານ

🙏. ສະບາຍດີ ພີ່ນ້ອງເອີຍນີ້ແມ່ນ 5 ຄອບຄົວທີ່ຢູ່ ບ້ານໂພນທອງ ເມືອງຊຽງຄໍ້ ແຂວງຫົວຫັນ ທີ່ລຳບາກຫລາຍ ຂາດແຄນເຂົ້າກິນ ແລະເຄື່ອງນູ່ງ ໃນລະດູຫນາວນີ້

🙏. ມີຄອບຄົວທີ່ລຳບາກ ແລະຈຳເປັນ: ມີ ຄອບຄົວ ຕາບອດ. ຄອບຄົວ ປາກກືກທັງສອງຜົວເມັຍ ມີລູກຊາຍສອງຄົນ ຮຽນຢູ່ມໍ1. ແລະມໍສອງ ນ້ອງສອງຄົນນີ້ ເປັນລູກຂອງພໍ່ແມ່ ປາກກືກ ຮຽນຫນັງສືເກັງຫລາຍ. ແລະອີກຄອບຄົວນື່ງແມ່ນ ບໍ່ເຕັມປານໃດ

_

🙏. ສີ່ງທີ່ພວກເຂົາຕ້ອງການທີ່ສຸດ ຄື ເຂົ້າສານ.ເຄື່ອງກັນຫນາວ. ຖ້າໃຜຕ້ອງການຢາກມີສ່ວນຮວ່ມ ບໍລິຈາກເຄື່ອງນູ່ງ. ທ່ານສາມາດຕິດຕໍ່ ທາງແພດພວກເຮົາໄດ້ເດີ ຫຼືຢາກສົມທົບເງີນ ຊື້ເຂົ້າປາ ສະບຽງອາຫານ ນຳພວກເຮົາ. ພວກເຮົາຍີນດີ ຖ້າທ່ານເຊື່ອ ແລະໄວ້ວາງໃຈພວກເຮົາ.

_

🙏. ພວກເຮົາຈະລົງໄປ ບໍລິຈາກ ວັນທີ6/2/2022. ຖ້າມີຫຍັງປ່ຽນແປງ ພວກເຮົາຈະມາແຈ້ງ ອີກເທື່ອນື່ງ

🙏. ຊອ່ຍແດ່ເດີພີ່ນ້ອງ. ຊອ່ຍໆກັນ. ພວກເຮົາຈະໄປບໍລິຈາກ ໃນ3ຕົວເມືອງ ຄື: ຊຳເຫນືອ. ສົບບ່າວ ແລະຊຽງຄໍ້

🙏. ເຊີນເດີ ທຸກຄົນ. ໃຜຢາກມີສ່ວນຮວ່ມ ບໍລິຈາກ. ເຄື່ອງນູ່ງ ເຂົ້າສານ ຖົງຕີນ ຜ້າຮົ່ມ ມູ້ງແລະຈຳພວກອາຫານແຫ້ງ. ພວກເຮົາຮັບຫມົດ. ໃຜຊອ່ຍບໍ່ໄດ້ ກໍ່ຂໍຊອ່ຍ ກົດໄລ. ກົດແຊ ໃຫ້ຜູ້ໃຈບູນ ເຫລື້ອງໃສ ໃຈສັດທາເພີ່ນຮູ້ເພີ່ນເຫັນ ນີ້ກໍ່ເປັນອີກວິທີນື່ງ. ທີ່ເຮົາຊອ່ຍກັນ

🙏. ທ້າຍສຸດ ຂໍອອຍພອນໃຫ້ທຸກທ່ານ ຢ່າເຈັບ ຢ່າຈົນ. ສຸຂະພາບແຂງແຮງທຸກຄົນ

🙏🙏🙏. ຝາກແຊໃຫ້ແດ່ເດີ. ຂອບໃຈ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button