ກ່ອນເຂົ້ານອນໃຜທີ່ມັກເຮັດ 9 ສິ່ງນີ້ ຄວນເຊົາສາຖ້າຍັງຮັກໂຕເອງຢູ່
1. ດື່ມນໍ້າຫຼາຍ ຫຼື ໜ້ອຍເກີນໄປ

ຖ້າດື່ມນໍ້າຫຼາຍຈະຕ້ອງລຸກເຂົ້າຫ້ອງນໍ້າ ຊື່ງເປັນການລົບກວນການນອນຢ່າງໜຶ່ງ ແຕ່ຖ້າດື່ມນໍ້າໜ້ອຍເກີນໄປຮ່ງກາຍຈະບໍ່ໄດ້ຮັບນໍ້າຢ່າງພຽງພໍ ໃນການຂັບສິ່ງຕ່າງໆອອກໃນຕອນເຊົ້າ
2. ກິນບຸບເຟ່ຕອນເດິກ

ກະເພາະເຮົາຕ້ອງທຳການຍ່ອຍອາຫານໝົດຄືນ ແລະ ເຮັດໃຫ້ລະບົບເຜົາຜານໄຂມັນບົກຜ່ອງ ເຮັດໃຫ້ເກີດການສະສົມ ແລະ ເກີດໂລກອື່ນໆຕາມມາ ໂດຍສະເພາະເສັ້ນເລືອດອຸດຕັນ
3. ຫຼີ້ນໂທລະສັບມືຖືກ່ອນນອນ

ຂໍ້ນີ້ເຊື່ອວ່າຫຼາຍຄົນເຊົາບໍ່ໄດ້ ເພາະບາງຄົນຕິດຈົນກາຍເປັນກິດຈະວັດປະຈຳວັນ ຕື່ນມາກໍ່ຫຼີ້ນ ກ່ອນອນກໍ່ຫຼີ້ນຈົນຫຼັບ ຖ້າເຮັດປະຈຳແນ່ນອນຮ່າງກາຍຈະພັກຜ່ອນບໍ່ພຽງພໍ ຖ້າເຮົາເບິ່ງຂ່າວສານລົບໆ ກ່ອນນອນຈະເຮັດໃຫ້ຝັນຮ້າຍອີກດ້ວຍ
4. ອາບນໍ້າເຢັນກ່ອນເຂົ້ານອນນໍ້າເຢັນເຮົາຄວນອາບກ່ອນ 7 ໂມງ ເພາະກາຍນັ້ນໄປຈະເປັນຊ່ວງເວລາທີ່ເຮົາຈະຕ້ອງນອນ ຖ້າອາບນໍ້າເຢັນຊ່ວງນັ້ນຈະເຮັດໃຫ້ເຮົາບໍ່ຢາກນອນ ແລະ ຮູ້ສຶກຊື່ນຕາຕະຫຼອດເວລາ ແລະ ເຮັດໃຫ້ເຮົານອນເດິກ
5. ນອນບໍ່ຕົງເວລາຄວນນອນໃຫ້ເປັນເວລາ ເພາະຮ່າງກາຍຂອງເຮົາບໍ່ຮູ້ວ່າເວລາໃດຄວນນອນເວລາໃດບໍ່ຄວນນອນ ມັນອາບຈະປັບສະພາບບໍ່ທັນ ຖ້າເຮັດແບບນີ້ໄປແຕ່ອາຍຸນ້ອຍອາດຈະບໍ່ສົ່ງຜົນຫຍັງ ຖ້າອາຍຸຫຼາຍຂຶ້ນ 30 ປີ ຂຶ້ນໄປ ອາດຈະສົ່ງຜົນທີ່ບໍ່ດີຕໍ່ຮ່າງກາຍ ບາງຄົນຈະຮູ້ສຶກນອນບໍ່ຫຼັບ ບາງຄົນສະດຶ້ງຕື່ນຕອນເດິກ
6. ເອົາວຽກກັບມາເຮັດຢູ່ບ້ານການນອນພັກຜ່ອນໃນຊ່ວງເວລາກາງຄືນນັ້ນເປັນຊ່ວງເວລາທີ່ສັ້ນ ດັ່ງນັ້ນຮ່າງກາຍຄວນພັກຜ່ອນເພື່ອສ້ອມແຊມສ່ວນທີ່ເສຍ, ສ່ວນທີ່ເຮົາໃຊ້ງານໄປ ດັ່ງນັ້ນບໍ່ຄວນເອົາວຽກກັບມາເຮັດຢູ່ບ້ານມັນຈະເກີດຄວາມຄຽດ ແລະ ບໍ່ດີຕໍ່ສຸຂະພາບ
7. ໃສ່ຊຸດຊັ້ນໃນນອນມີງານວິໃຈໜຶ່ງໄດ້ອອກມາບອກວ່າ: ຜູ້ຍິງທີ່ນຸ່ງເສື້ອໃນແບບແໜ້ນ ຫຼາຍກວ່າ 12 ຊົ່ວໂມງ ມີຄວາມສ່ຽງກ່ຽວກັບມະເຮັງເຕົ້ານົມສູງກວ່າຄົ້ນທີ່ບໍ່ນຸ່ງ ດັ່ງນັ້ນຕ້ອງນຸ່ງຊຸດແບບລວມໆກ່ອນນອນ
8. ການຕອນເວັນ

ນອນເວັນໃຫ້ເປັນນິໃສສຳລັບການນອນເວັນນັ້ນຄວນນອນບໍ່ເກີນ 20 ນາທີ/ວັນ ຈະເຮັດໃຫ້ຮ່າງກາຍຮູ້ສຶກສົດຊື່ນ ຖ້ານອນເວັນ 2-3 ຊົ່ວໂມງ ຈະເຮັດໃຫ້ຮູ້ສຶກມືນຫົວ, ອ່ອນເພຍ, ອ່ອນແຮງ ເຮັດໃຫ້ນອນບໍ່ຫຼັບຕອນກາງຄືນ
9. ບໍ່ຄວນໃສ່ໂມງນອນ

ໂດຍສະເພາະໂມງທີ່ມີການເຮືອງແສງ ຫຼື ວ່າມີການສັ້ນເຕືອນທຸກຊົ່ວໂມງ ສິ່ງເຫຼົ່ານີ້ອາດຈະສົ່ງຜົນໄລຍະຍາວໄດ້ ໂດຍການສັ່ນ ແລະ ແສງຈາກໂມງເປັນເວລາ 6-8 ຊົ່ວໂມງ ແນ່ນອນວ່າມັນຕ້ອງສົ່ງຜົຍຕໍ່ຮ່າງກາຍເຮົາ
ລັກສະນະນິໃສບໍ່ຄວນເຮັດກ່ອນເຂົ້ານອນ 9 ຂໍ້ນີ້ ບອກເລີຍວ່າສົ່ງຜົນຕໍ່ສຸຂະພາບຮ່າງກາຍແບບທີ່ເຮົາບໍ່ທັນຄາດຄິດ ດັ່ງນັ້ນເຮົາຄວນປັບປຸງລັກສະນະນິໃສກ່ອນນອນຕັ້ງແຕ່ຕອນນີ້ເປັນຕົ້ນໄປ