ລາຄານ້ຳມັນດິບເບນ ເປັນລາຄາລາຄາອ້າງອີງຂອງຕະຫຼາດນ້ຳມັນໂລກເພີ່ມສູງຂຶ້ນຢູ່ກາຍລະດັບ 90 ໂດລາຕໍ່ບາເຣນອີກເທື່ອໜຶ່ງ ນັບຕັ້ງແຕ່ທ້າຍອາທິດທີ່ຜ່ານມາ.ສ່ວນລາຄານ້ຳມັນດິບ ເວດເທກຊັສ ອິນເຕີມີເດຍ (WTI) ກໍຢູ່ໃນລະດັບໃກ້ໆກັບ 88,54 ໂດລາຕໍ່ບາເຣນ ຊຶ່ງເປັນລະດັບລາຄານ້ຳມັນສູງທີ່ສຸດໃນຮອບ 7 ປີເຊັ່ນດຽວກັນ.

ບົດລາຍງານຜົນການວິເຄາະຂອງເຈພີ ມໍຣແກຼນ “JP Morgan” ເມື່ອຕົ້ນເດືອນມັງກອນຜ່ານມາເຕືອນວ່າ ລາຄານ້ຳມັນດິບເບຣນ ອາດຈະຂຶ້ນໄປຢູ່ໃນລະດັບ 125 ໂດລາຕໍ່ບາເຣນໃນອີກບໍ່ດົນ ໂດຍໃຫ້ເຫດຜົນວ່າ ເປັນຍ້ອນກໍາລັງການຜະລິດນໍ້າມັນສຳຮອງຂອງປະເທດສະມາຊິກກຸ່ມປະເທດຜູ້ສົ່ງນ້ຳມັນເປັນສິນຄ້າອອກ ຫຼື ໂອເປກ ຫຼຸດລົງຢ່າງຕໍ່ເນື່ອງເຖິງໄຕມາດ 4 ຂອງປີ 2022 ກໍາລັງການຜະລິດສໍາຮອງທີ່ວ່ານີ້ ຈະຫຼຸດລົງເຫຼືອພຽງ 4% ຂອງການຜະລິດທັງໝົດ.

ນັ້ນໝາຍຄວາມວ່າ: ເຖິງວ່າປະເທດເຫຼົ່ານີ້ຢາກຈະຜະລິດນ້ຳດິບມັນອອກຂາຍໃຫ້ຫຼາຍທີ່ສຸດໃນຕອນທີ່ນໍ້າມັນແພງຄືແບບນີ້ ກໍບໍ່ສາມາດຈະເຮັດໄດ້ ເພາະກຳລັງການຜະລິດບໍ່ມີ ຫຼື ບໍ່ມີພໍໃຫ້ເຮັດແບບນັ້ນໄດ້.
ສາເຫດທີ່ເປັນແບບນັ້ນ ແມ່ນເກີດຈາກຫຼາຍສາເຫດ ແຕ່ທີສໍາຄັນທີ່ສຸດແມ່ນ ຜູ້ຜະລິດບໍ່ໄດ້ລົງທຶນເພື່ອການສຳຫຼວດ ແລະ ຜະລິດນ້ຳມັນມາດົນແລ້ວ.ອົງການພະລັງງານສາກົນ (IEA) ໄດ້ເວົ້າເຖິງເລື່ອງດຽວກັນນີ້ ໂດຍເຕືອນວ່າ ເມື່ອເຖິງ 6 ເດືອນທ້າຍປີນີ້ ກຳລັງການຜະລິດນໍ້າມັນສຳຮອງຂອງກຸ່ມປະເທດໂອເປກ ຈະຫຼຸດລົງເຫຼືອພຽງແຕ່ 2,6 ລ້ານບາເຣນຕໍ່ວັນ.
ຖ້າຄວາມຕ້ອງການບໍລິໂພກນໍ້າມັນຂອງໂລກຍັງຂະຫຍາຍໂຕຢ່າງແຂງແຮງ ແລະ ຕໍ່ເນື່ອງ ນ້ຳມັນທີ່ເກັບຮັກສາໄວ້ໃນຄັງນໍ້າມັນສຳຮອງ ທາງຍຸດທະສາດທົ່ວໂລກກໍຈະຫຼຸດຕ່ຳລົງ ເມື່ອບວກກັບກຳລັງການຜະລິດສໍາຮອງທີ່ຫຼຸດລົງ ກໍໝາຍຄວາມວ່າ ລາຄານ້ຳມັນຈະອ່ອນໄຫວໃນທາງຂາຂຶ້ນຕະຫຼອດໝົດປີນີ້ລາຄານໍ້າມັນ 90 ໂດລາຕໍ່ບາເຣນອາດຈະເປັນພຽງແຕ່ການເລີ່ມຕົ້ນຂອງລາຄາເທົ່ານັ້ນ.ມອດແກສແຕນລີ(ເປັນບໍລິສັດໃຫ້ບໍລິການທາງດ້ານການເງິນລະດັບໂລກ ຕັ້ງຢູ່ໃນນະຄອນນິວຢອກ ປະເທດສະຫະລັດ.
ປະຈຸບັນ, ມີສາຂາຂະຫຍາຍໄປທົ່ວໂລກ 42 ປະເທດ, ມີສໍານັກງານທັງໝົດ 1.300 ແຫ່ງ) ເຊື່ອວ່າ ພໍເຖິງລະດູຮ້ອນໃນລະຫວ່າງກາງປີນີ້ ລາຄານໍ້າມັນດິບຈະຢູ່ທີ່ 100 ໂດລາຕໍ່ບາເຣນ ໂດຍມີປັດໃຈສໍາຄັນທີ່ສຸດທີ່ເຮັດໃຫ້ລາຄາເພີ່ມຂຶ້ນຢ່າງຕໍ່ເນື່ອງ ກໍຄືຄວາມຕ້ອງການບໍລິໂພກນໍ້າມັນ.
IEA ຍອມຮັບໃນບົດລາຍງານສະພາບຕະຫຼາດນໍ້າມັນປະຈໍາເດືອນວ່າ ຄາດວ່າຄວາມຕ້ອງການນ້ຳມັນຂອງໂລກ ຕໍ່າກວ່າຄວາມເປັນຈິງບໍ່ໜ້ອຍ ແລະ ປັບໂຕເລກຄວາມຕ້ອງການ ຫຼື ຄວາມຕ້ອງການບໍລິໂພກນ້ຳມັນໃນປີນີ້ໃໝ່ ເພີ່ນຂຶ້ນອີກ 200.000 ບາເຣນຕໍ່ວັນ ເຮັດໃຫ້ຄວາມຕ້ອງການບໍລິໂພກນໍ້າມັນ ຕາມການຄາດຄະເນນີ້ ບໍ່ພຽງກັບໄປທຽບເທົ່າກັບລະດັບກ່ອນການເກີດການແຜ່ລະບາດຂອງພະໂຄວິດ ເທົ່ານັ້ນ,
ແຕ່ຍັງເພີ່ມຂຶ້ນສູງກວ່າລະດັບເກົ່າອີກ ໂດຍເຊື່ອວ່າ ເມື່ອຮອດທ້າຍປີ ໂລກຈະຕ້ອງ ການບໍລິໂພກນ້ຳມັນດິບເຖິງວັນລະ 99,7 ລ້ານບາເຣນ.ເມື່ອຄວາມຕ້ອງການເພີ່ມຫຼາຍຂຶ້ນ, ແຕ່ກໍາລັງການຜະລິດຜັດຫຼຸດລົງ ຜົນໄດ້ຮັບກໍໜີບໍ່ພົ້ນລາຄານ້ຳມັນແພງຂຶ້ນແນ່ນອນ.
ປັດໃຈປະກອບອື່ນໆ ກໍບໍ່ໄດ້ຊ່ວຍກົດດັນໃຫ້ລາຄານໍ້າມັນດິບຫຼຸດລົງແຕ່ຢ່າງໃດ ການແຜ່ລະບາດຂອງໂຄວິດ-19 ກໍາລັງໄດ້ຮັບການຄາດໝາຍວ່າເບົາບາງລົງ ຫຼື ຢ່າງໜ້ອຍກໍຈະບໍ່ມີການປິດເມືອງອີກຕໍ່ໄປ ໃນຂະນະທີ່ສະພາບອາກາດໜາວທີ່ສຸດໃນເອີຣົບ ແລະ ສະຫະລັດອະເມຣິກາທີ່ຜ່ານມາກໍຍິ່ງເຮັດໃຫ້ລາຄານ້ຳມັນເພີ່ມສູງຂຶ້ນ ໃນຂະນະທີ່ພະລັງງານທາງເລືອກອື່ນໆ ຍັງບໍ່ສາມາດແມ້ແຕ່ຈະໄກ້ຄຽງກັບການທົດແທນນໍ້າມັນ.

ນ້ຳມັນແພງ” ຈະເຮັດໃຫ້ທຸກຢ່າງແພງຂຶ້ນໄປນໍາ ຊຶ່ງເປັນສະຖານະການທີ່ບໍ່ມີລັດຖະບານປະເທດຕ້ອງການໃນຍາມທີ່ສະພາບເງິນເຟີ້ເພີ່ມສູງຂຶ້ນຢ່າງຮຸ່ນແຮງຄືກັບໃນປັດຈຸບັນນີ້, ແຕ່ກໍຕ້ອງກຽມພ້ອມຮັບມືຕັ້ງແຕ່ດຽວນີ້.