ລູກທໍລະພີ ຫຼອນຢາ ຕີພໍ່ ບາດເຈັບ

!ລູກທໍລະພີ ຫຼອນຢາ ຕີພໍ່ ບາດເຈັບ

ທ່ານ ທອງດີ ມະນີວົງ ຮອງນາຍບ້ານນາບົງ ເມືອງປາກງື່ມ ນວ ໃຫ້ຮູ້ວ່າ: ເວລາ 3 ໂມງ ວັນທີ 7 ກຸມພາ 2022

ໄດ້ຮັບແຈ້ງວ່າ: ມີເຫດອາລະວາດທໍາຮ້າຍຮ່າງກາຍລູກຊາຍຕົບຕີພໍ່ ທ້າວ ປັດຖາ ອາຍຸ 63 ປີ ປະຊາຊົນບ້ານນາບົງ ໄດ້ຮັບບາດເຈັບສົມຄວນ

ພາຍຫຼັງໄດ້ຮັບແຈ້ງ ຈິ່ງໄດ້ລົງໄປສະຖານທີ່ເກີດເຫດ ແລະ ກັກຕົວ ທ້າວ ຄຳດີ ອາຍຸ 36 ປີ ອາຊີບເຮັດນາ ຢູ່ບ້ານນາບົງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ມາດຳເນີນຄະດີ.

_ ສອບຖາມເບື້ອງຕົ້ນ ທ້າວ ຄຳດີ ໃຫ້ການວ່າ: ຕົນເອງພົວພັນເສບຢາບ້າມາແຕ່ປີ 2005 ເຖິງປັດຈຸບັນ, ການເສບຄັ້ງລະ 4-5 ເມັດຕໍ່ມື້, ຜ່ານມາຜູ້ປົກຄອງ ແລະ ການຈັດຕັ້ງບ້ານສຶກສາອົບຮົບຫຼາຍຄັ້ງ ສະເພາະໃນມື້ເກີດເຫດທ້າວ ຄຳດີ ເສບຢາບ້າຫຼາຍ ເຮັດໃຫ້ເກີດຄວາມກະວົນກະວາຍ ບໍ່ສາມາດຄຸມສະຕິຕົນເອງໄດ້ ແລ້ວເກີດຜິດຖຽງກັນ ຈາກນັ້ນ ກໍ່ລົງມືທຳຮ້າຍຮ່າງກາຍຜູ້ເປັນພໍ່ ບໍລິເວນໃບໜ້າ 3-4 ບາດ ຈົນໄດ້ຮັບບາດເຈັບ ແລະ ມີຮ່ອງກະທົບເກີດບາດແຜ.

Related Posts

Leave a Reply

Your email address will not be published. Required fields are marked *