ແຈ້ງການໂຈະການຈັດກິດຈະກຳງານບຸນຊ້າງປະຈຳປີ 2022
– ທ່ານ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ.
– ທ່ານ ເຈົ້າເມືອງ II ເມືອງພາຍໃນແຂວງ.ເລື່ອງ: ໂຈະການຈັດກິດຈະກໍາງານບຸນຊ້າງປະຈຳປີ 202.
-ອີງຕາມ ຂໍ້ຕົກລົງຂອງທ່ານ ເຈົ້າແຂວງໄຊຍະບູລີ ສະບັບເລກທີ 1436/ຈຂ.ຊຍ, ລົງວັນທີ 17ພະຈິກ 2021 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງວ່າການແຂວງ.
-ອີງຕາມ ແຈ້ງການຂອງຫ້ອງວ່າການແຂວງ ສະບັບເລກທີ 47/ຫວຂ.ຊຍ, ລົງວັນທີ 7 ກຸມພາ2022.
– ອີງຕາມ ການຕົກລົງເຫັນດີເປັນເອກະພາບ ໃນກອງປະຊຸມຄະນະຮັບຜິດຊອບກະກຽມເປີດຕ້ອນຮັບນັກທ່ອງທ່ຽວຈາກຕ່າງປະເທດໃນເຂດ ແລະ ເສັ້ນທາງທ່ອງທ່ຽວສີຂຽວຂອງແຂວງໄຊຍະບູລີ ຄັ້ງວັນທີ 11 ກຸມພາ 2022.
ຫົວໜ້າຫ້ອງວ່າການແຂວງໄຊຍະບູລີ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານ ຊາບວ່າ: ການຈັດກິດຈະກຳບຸນຊ້າງ ປະຈຳປີ 2022 ນີ້ ແມ່ນຈະໄດ້ເຮັດແຕ່ທີຄອບເລົ່າ ໂດຍຈະບໍ່ມີກິດຈະກໍາຂອງຊ້າງ;ສ່ວນການຈັດງານຕະຫຼາດນັດວາງສະແດງ, ຈຳໜ່າຍສິນຄ້າ ແລະ ການວາງສະແດງສິນຄ້າໂອດອບຂອງບັນດາເມືອງ ຢູ່ເດີ່ນສະໜາມຫຼວງຂອງແຂວງ ແມ່ນໃຫ້ໂຈະ ເພື່ອເປັນການປະຕິບັດມາດຕະການປ້ອງກັນ, ຄວບຄຸມແລະແກ້ໄຂການລະບາດຂອງພະຍາດໂຄວິດ-19.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານ ເພື່ອຊາບ ແລະ ປະຕິບັດຕາມນີ້ດ້ວຍ.
