! ລັກຕັດໄມ້ຢູ່ພູເຂົາຄວາຍມາແລ້ວ 1 ປີ

–

ເຈົ້າໜ້າທີ່ ປກສ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໄດ້ເຄື່ອນໄຫວກວດກາລາດຕະເວນຕາມເສັ້ນທາງລຽບພູເຂົາຄວາຍ ພົບເຫັນລົດກະຕຽນ ຈຳນວນ 1 ຄັນ ຈິ່ງກວດກາພົບເຫັນໄມ້ແຕ້ 17 ຕັບ ຫຼື ສອງຄິວ ຈິ່ງໄດ້ກັກຕົວຜູ້ຂົນຍ້າຍ ຊື່ທ້າວ ສຸກ ອາຍຸ 45 ປີ ບ້ານນາໄຊ ເມືອງທ່າພະບາດ ແຂວງບໍລິຄຳໄຊ.

ພັທ ບຸນປານ ດາລາວົງ ຫົວໜ້າພະແນກຕຳຫຼວດ ປກສ ເມືອງປາກງື່ມ ນວ ໃຫ້ຮູ້ວ່າ: ຜ່ານການລົງກວດກາລາດຕະເວນພື້ນທີ່ລຽບຕາມທາງພູເຂົາຄວາຍຄັ້ງວັນທີ 9 ກຸມພາ 2022 ເວລາ 19:00 ໂມງພົບເຫັນເປົ້າໝາຍຄື: ທ້າວ ສຸກ ກຳລັງຂັບຂີ່ລົດກະຕຽນຂົນໄມ້ແຕ້ອອກເຂດປ່າສະຫງວນແຫ່ງຊາດພູເຂົາຄວາຍຊາຍແດນຕິດຈອດກັບເມືອງທ່າພະບາດ ແຂວງບໍລິຄຳໄຊ ຈຳນວນ 2 ຄິວ, ຈັກຕັດໄມ້ 1 ເຄື່ອງ, ໂຟນນີ 2 ເຄື່ອງ, ໂທລະສັບ 3 ເຄື່ອງ ແລະ ຢາບ້າ 62 ເມັດ.

ຜ່ານການສອບສວນ ຜູ້ກ່ຽວໃຫ້ການຮັບສາລະພາບວ່າ:ຜ່ານມາເຄື່ອນໄຫວລັກລອບຕັດໄມ້ຢູ່ເຂດປ່າສະຫງວນແຫ່ງຊາດພູເຂົາຄວາຍ 1 ປີ ແລ້ວ
ແລະ ເຄື່ອງຂອງກາງທີ່ເຈົ້າໜ້າທີ່ກວດພົບເຫັນນັ້ນເປັນຂອງຕົນ, ສ່ວນຢາບ້າໄດ້ຊື້ຈາກຊາຍຄົນໜຶ່ງບໍ່ຮູ້ຊື່ ແລະ ທີ່ຢູ່ ເພື່ອເອົາມາຈ້າງກຳມະກອນເລື່ອຍໄມ້ ແລະ ຫາມໄມ້ຂຶ້ນລົດໃຫ້.
ຂ່າວ: ບຸນຖິນ