ປາຂ່າ ຫລື ໂລມານ້ຳຈືດ ໂຕສຸດທ້າຍທີ່ອາໃສຢູ່ຕາມລຳແມ່ນ້ຳຂອງ .

ຊາຍແດນ ລາວ ແລະ ກຳປູເຈຍ ໄດ້ເສຍຊີວິດແລ້ວ, ຈາກການລາຍງານບອກວ່າ ເປັນຜົນມາຈາກການຕິດຢູ່ໃນຕາໜ່າງຫາປາ.​ເຈົ້າ​ໜ້າ​ທີ່​ກົມ​ອະນຸລັກ​ການ​ປະມົງ​ຂອງ​ກຳປູ​ເຈຍ​ໃຫ້​ຮູ້​ວ່າ: ປາ​ໂລ​ມາ​ຖືກ​ພົບ​ວ່າຕາຍໃນວັນອັງຄານວານທີ່ຜ່ານມາ ຢູ່​ແຄມ​ຝັ່ງ​ແມ່ນ້ຳຂອງ​ແຂວງ ສະຕຶງເຕຣງ ໃກ້​ກັບ​ຊາຍ​ແດນ​ລາວ.

ທ່ານ Srey Sam Vichet ຫົວໜ້າ​ອົງການ​ການ​ປະມົງ​ແຂວງ ກ່າວ​ຕໍ່​ສື່​ມວນ​ຊົນ​ກຳປູ​ເຈຍ​ໃນ​ວັນ​ອັງຄານ​ວານ​ທີ່ຜ່ານມານີ້ ​ວ່າ ໂລມາ ໂຕນີ້ໄດ້ຖືກພົບເຫັນຕາຍຢູ່ໃກ້ຝັ່ງໃກ້ກັບ​ບ່ອນ​ທີ່​ມັນ​ເຄີຍ​ຢູ່.

ມັນ​ໄດ້​ລົ້ມ​ປ່ວຍ​ ແລະ ອາດຕາຍຍ້ອນວ່າມັນໄດ້ຮັບບາດເຈັບຈາກການຕິດໃນຕາຫນ່າງຫາປາ.

ເບິ່ງຄຣິບ

ທີ່ມາ

https://web.facebook.com/plugins/video.php?href=https%3A%2F%2Fweb.facebook.com%2Ftholakhong%2Fvideos%2F332013005520194%2F&show_text=0&width=446

Related Posts

Leave a Reply

Your email address will not be published. Required fields are marked *