ແຈ້ງເຕືອນຝົນຕົກໜັກ ໃນວັນທີ 18-21 ກຸມພາ 2022

ແຈ້ງເຕືອນຝົນຕົກໜັກໃນວັນທີ 18 ຫາ 21 ກຸມພາ 2022

ເນື່ອງຈາກວ່າມວນອາກາດເຢັນທີ່ປະເທດຈີນຈະເພີ່ມກໍາລັງແຮງຂຶ້ນແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວດ້ວຍກຳລັງປານກາງ ຫາ ແຮງ, ສົມທົບກັບສອງຂະບວນລົມຕາເວັນຕົກພັດປົກຄຸມພາກເໜືອ ແລະ ລົມຕາເວັນອອກພັດປົກຄຸມພາກກາງ ແລະ ພາກໃຕ້ ໃນໄລຍະວັນທີ 18 ຫາ 21 ກຸມພາ 2022.

ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະພາກກາງ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖີງອຳນາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາ ແຂວງຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫຼວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ, ໄຊສົມບູນ, ວຽງຈັນ,ນະຄອນຫຼວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ ໃຫ້ມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກຟ້າຮ້ອງຟ້າເຫຼື້ອມ, ໝາກເຫັບຕົກ ແລະ ລົມພັດແຮງ ທີ່ອາດຈະເຮັດໃຫ້ຕົ້ນໄມ້ຫັກ, ເສົາໄຟຟ້າ ແລະ ປ້າຍໂຄສະນາ ຫັກລົ້ມ, ຫຼັງຄາເຮືອນເປ່ເພ ພ້ອມນີ້ຜູ້ທີ່ຈະເດີນທາງໄປແຂວງພາກເໜືອຈົ່ງມີສະຕິຕໍ່ສະພາບດີນເຈື່ອນເນື່ອງຈາກມີຝົນຕົກຕິດຕໍ່ກັນຫຼາຍວັນ.

ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ I ຫາ 3 ວັນຕໍ່ໜ້ານີ້.

Related Posts

Leave a Reply

Your email address will not be published. Required fields are marked *