ເປີດບ່ອນບໍລິການຂາຍປີ້ໃຫ້ຜູ້ໂດຍສານຢູ່ທີ່ສູນການຄ້າວຽງຈັນເຊັນເຕີ,

ສຶກສາຂໍ້ມູນ “ວັນນີ້ 18 ກຸມພາ 2022, ບໍລິສັດທາງລົດໄຟລາວ-ຈີນ ເລັ່ງແກ້ໄຂຂໍ້ຫຍຸ້ງຍາກຫຼາຍດ້ານ,

(1) ຈະເປີດບ່ອນບໍລິການຂາຍປີ້ໃຫ້ຜູ້ໂດຍສານຢູ່ທີ່ສູນການຄ້າວຽງຈັນເຊັນເຕີ,

(2) ກໍາລັງຢູ່ໃນຂັ້ນຕອນປຶກສາຫາລືຂັ້ນເບື້ອງຕົ້ນກັບຊ່ຽວຊານສະເພາະດ້ານ ເພື່ອຂາຍປີ້ທາງອອນລາຍໃຫ້ຜູ້ໂດຍສານ,

(3) ຈະເອົາລົດໄຟ EMU ສອງຂະບວນທີ່ມີໃນປະຈຸບັນຕໍ່ໃສ່ກັນ ເພື່ອຮອງຮັບຜູ້ໂດຍສານໄດ້ 1.400 ຄົນຕໍ່ຖ້ຽວ ແລະ

(4) ລົດໄຟຂົນສົ່ງຄວາມໄວທຳມະດາ (ຊັ້ນສາມ) ຈະເລີ່ມໃຫ້ບໍລິການໃນຕົ້ນເດືອນມີນາ 2022″.

(1). ບໍລິສັດທາງລົດໄຟ ໄດ້ສົມທົບກັບກໍາລັງເຈົ້າໜ້າທີ່ປ້ອງກັນຄວາມສະຫງົບກົມຕໍາຫຼວດທາງລົດໄຟ ທີ່ປະຈໍາຢູ່ແຕ່ລະສະຖານີ ເພື່ອກວດກາ ແລະນໍາເອົາຜູ້ທີ່ເຮັດຜິດ (ກັກຕຸນປີ້ ແລະ ຂາຍເອົາກຳໄລ) ມາປະຕິບັດຕາມລະບຽບວິໄນ ແລະ ຖ້າເປັນພະນັກງານພາຍແມ່ນຈະລົງໂທດຕາມລະບຽບຂອງທາງລົດໄຟ;

(2). ປະຈຸບັນ, ບໍລິສັດທາງລົດໄຟ ກໍາລັງຢູ່ໃນຂັ້ນຕອນປຶກສາຫາລືຂັ້ນເບື້ອງຕົ້ນກັບຊ່ຽວຊານສະເພາະດ້ານ ເພື່ອຂາຍປີ້ທາງອອນລາຍໃຫ້ຜູ້ໂດຍສານ ແລະ ອະນາຄົດຈະມີແນ່ນອນ ເພື່ອອໍານວຍຄວາມສະດວກໃຫ້ແກ່ຜູ້ທີ່ມາຊື້ປີ້ຍາກ ແລະບໍ່ສະດວກໃນການມາຊື້ປີ້ດ້ວຍຕົນເອງ;

(3). ປະຈຸບັນ, ຜູ້ໂດຍສານທີ່ມາໃຊ້ບໍລິການຈໍານວນຫລວງແມ່ນວັນເສົາ ແລະວັນອາທິດ ດັ່ງນັ້ນ, ບໍລິສັດລົດໄຟມີມາດຕະການເຊັ່ນ:

1. ວັນເສົາ-ວັນທິດ ແມ່ນຈະເພີ່ມຖ້ຽວລົດໄຟ,

2. ຈະເອົາລົດໄຟ EMU ສອງຂະບວນທີ່ມີໃນປະຈຸບັນຕໍ່ໃສ່ກັນ ຈາກເມື່ອກ່ອນຖ້ຽວຫນື່ງແມ່ນບັນຈຸຜູ້ໂດຍສານໄດ້ພຽງແຕ່ 700 ຄົນຕໍ່ຖ້ຽວ ເພື່ອໃຫ້ຂົນສົ່ງຜູ້ໂດຍສານໄດ້ 1.400 ຄົນຕໍ່ຖ້ຽວ,

3. ລົດໄຟຂົນສົ່ງຄວາມໄວທໍາມະດາ ແມ່ນໃນມື້ນີ້ 18 ກຸມພາ 2022 ຈະເດີນທາງອອກຈາກສະຖານີບໍ່ເຕັນແຂວງຫຼວງນໍ້າທາ ມາຮອດສະຖານີນະຄອນຫຼວງວຽງຈັນ, ລົດໄຟຂະບວນດັ່ງກ່າວຈະຂົນສົ່ງຜູ້ໂດຍສານໄດ້ 1.000 ກວ່າຄົນ ດ້ວຍຄວາມໄວ 120 ກິໂລແມັດຕໍ່ຊົ່ວໂມງ ແລະ ຈະເລີ່ມໃຫ້ບໍລິການໃນຕົ້ນເດືອນມີນາ 2022 ນີ້ ເພື່ອອຳນວຍຄວາໃສະດວກໃຫ້ຜູ້ໂດຍສານຊື້ປີ້ ໂດຍບໍ່ຕ້ອງລໍຖ້າ;

(4). ການເພີ່ມຈຸດຂາຍປີ້ລົດໄຟຢູ່ສູນການຄ້າວຽງຈັນເຊັນເຕີ ແມ່ນຈະອໍານວຍຄວາມສະດວກສະບາຍ ເພາະເປັນສູນລວມຂອງຄົນໃນນະຄອນຫຼວງວຽງຈັນ ເປັນຊ່ອງທາງໜຶ່ງທີ່ສະດວກໃຫ້ແກ່ຜູ້ຄົນທີ່ຈະເດີນທາງດ້ວຍລົດໄຟ;

(5). ບໍລິສັດທາງລົດໄຟ ຍັງຈະເປີດຈຸດບໍລິການຂໍ້ມູນຂ່າວສານຢູ່ທີ່ສະຖານີນະຄອນຫຼວງວຽງຈັນ ກ່ຽວກັບປີ້ລົດໄຟທີ່ຍັງບໍ່ທັນມີຄົນຈອງໃນແຕ່ລະມື້ ເຊິ່ງຈະອັບເດດລົງທາງເພດ Facebook ຂອງບໍລິສັດລົດໄຟ ໃຫ້ທົ່ວສັງຄົມໄດ້ຮັບຮູ້;(6).

ໃນວັນທີ 22 ກຸມພາ 2022, ບໍລິສັດທາງລົດໄຟລາວ-ຈີນ ຍັງຈະເປີດນໍາໃຊ້ສະຖານີຂົນສົ່ງສິນຄ້າຕື່ມອີກ 03 ສະຖານີ: ສະຖານີຫຼວງພະບາງ, ສະຖານີກາສີ ແລະ ສະຖານີເມືອງໄຊ (CRI-FM93).

Related Posts

Leave a Reply

Your email address will not be published. Required fields are marked *