ທ້າຍ ຄວາຍ ຂັບລົດກະບະຮຸນໄດ ເລາະຊອກລັກງົວ ຖືກຈັບດຳເນີນຄະດີ

ວັນທີ 13 ກຸມພາ 2022, ເຈົ້າໜ້າທີ່ ປກສ ເມືອງໄຊທານີ ໄດ້ຮັບແຈ້ງຄວາມຈາກ ທ້າວ ສຸດາເພັດ ວ່າ: ໄດ້ມີຄົນ ຂັບຂີ່ລົດກະບະຮຸນໄດ ມາລັກເອົາງົວ ທີ່ລ່າມໄວ້ ຢູ່ເຂດບ້ານໂນນສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ຜ່ານການລົງເກັບກຳຂໍ້ມູນ ຫຼັກຖານໃນຈຸດເກີດເຫດ ກໍຮູ້ໄດ້ເປົ້າໝາຍທີ່ກໍ່ເຫດລັກງົວ, ຈາກການຕິດຕາມຊອກຫາເປົ້າໝາຍ ຮອດເວລາປະມານ 13:00 ໂມງ ຂອງວັນດຽວກັນ ກໍສາມາດນຳຈັບຜູ້ກ່ຽວໄດ້ ຊື່ ທ້າວ ຄວາຍ ອາຍຸ 34 ປີ ຢູ່ບ້ານໄຮ່ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ຜ່ານການສອບສວນ ໃນເບື້ອງຕົ້ນ ຜູ້ຖືກຫາ ສາລະພາບວ່າ: ໄດ້ຂັບຂີ່ລົດກະບະຮຸນໄດ ໄປລັກເອົາງົວ ທີ່ລ່າມໄວ້ຢູ່ເດີ່ນ ບ້ານໂນນສະອາດ ແທ້.

ປັດຈຸບັນ ຄະດີດັ່ງກ່າວ,ເຈົ້າໜ້າທີ່ ກອງບັນຊາການ ປກສ ເມືອງໄຊທານີ ພວມສືບຕໍ່ດຳເນີນ ຄ ະ ດີ ໄປຕາມຂັ້ນຕອນຂອງກົດໝາຍ.

Related Posts

Leave a Reply

Your email address will not be published. Required fields are marked *