! ສາວໃຈກ້າ
ຂັບລົດໄລ່ຕໍາໂຈນ ທີ່ຍາດເອົາໂທລະສັບເຈົ້າໜ້າທີ່ ປກສ ກຸ່ມ 1 ຈອມມະນີ ໃຫ້ຮູ້ວ່າ: ເວລາປະມານ 18:40 ໂມງ ຂອງວັນທີ 19 ກຸມພາ 2022

ໄດ້ມີຄົນຮ້າຍ ເພດຊາຍ 1 ຄົນ ຂັບຂີ່ລົດຈັກ ສະແມດ ສີດໍາແດງ ບໍ່ຕິດປ້າຍທະບຽນ ຍາດຊີງຊັບເອົາໂທລະສັບມືຖື ຂອງນາງ ອໍາໄພ ອາຍຸ 19 ປີ ນັກຮຽນ ຢູ່ບ້ານອາມອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ຕໍ່ໜ້າໂຮງໝໍ 150 ຕຽງ ແລ້ວຂັບຂີ່ລົດຈັກຫຼົບໜີໄປທາງຂ້າງ ກົມໃຫຍ່ພະລາທິການກອງທັບ.

ນາງ ອໍາໄພ ຈິ່ງຂັບຂີ່ລົດຈັກໄລ່ນໍາຄົນຮ້າຍ ພໍຮອດ 3 ແຍກໜ້າອະນຸສອນສະຖານ ໄກສອນ ພົມວິຫານ ຈິ່ງຂັບຂີ່ລົດຈັກຕໍາລົດຈັກຄົນຮ້າຍ ແລ້ວລົ້ມລົງ ແລະ ຮ້ອງຂໍໃຫ້ຄົນມາຊ່ວຍເຫຼືອ ສາມາດຈັບໄດ້ ຊາບຊື່ພາຍຫຼັງຜູ້ກໍ່ເຫດຊີງຊັບ ແມ່ນ ທ້າວ ຈອນນີ ຫວ່າງງານ ຢູ່ບ້ານ ຈອມມະນີ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ຕໍ່ກັບຄະດີດັ່ງກ່າວ ເຈົ້າໜ້າທີ່ ປກສ ກຸ່ມ 1 ຈອມມະນີ ໄດ້ນໍາສົ່ງໃຫ້ກອງບັນຊາການ ປກສ ເມືອງໄຊເສດຖາ ດໍາເນີນຄະດີຕາມຂັ້ນຕອນກົດໝາຍ.
ທີ່ມາ: ປກສ ນວ