RIP ເສຍຊີວິດ ຍ້ອນໂຄວິດ ໃຫ້ມີສະຕິໃນການໃຊ້ຊີວິດ ຂໍສະແດງຄວາມເສຍໃຈນຳດ້ວຍ.

ພວກຂ້າພະເຈົ້າຄອບຄົວອິນທິເດດ ແລະຄອບຄົວຄຳພູວົງ ຂໍແຈ້ງຂ່າວຄວາມເສົ້າສະລົດໃຈມາຍັງຍາດຕິພີ່ນ້ອງ, ເພື່ອນມິດສະຫາຍຜູ້ຢູ່ໃກ້ ແລະ ຢູ່ໄກ ຊາບທົ່ວເຖິງກັນວ່າ:

ນາງ ພອນສະຫວັນ ອິນທິເດດ (ນ.ແຫຼ) ຢູ່ ບ.ດົງຄຳຊ້າງ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນຜູ້ເປັນເມຍ, ເປັນປ້າ, ເປັນແມ່, ເປັນນ້າສາວ ຂອງພວກຂ້າພະເຈົ້າໄດ້ເຖີງແກ່ມໍລະນະກຳໄປແລ້ວໃນເວລາ 1ໂມງ 00 ນາທີ ຂອງວັນທີ 22/2/2022 ນີ້ ດ້ວຍພະຍາດຜູ້ກ່ຽວເອງ.ລວມອາຍຸໄດ້ 38 ປີ.

ດັ່ງນັ້ນຈຶ່ງແຈ້ງມາຍັງຍາດຕິພີ່ນ້ອງເພື່ອນມິດສະຫາຍຜູ້ຢູ່ໃກ້ ແລະ ໄກຊາບທົ່ວເຖິງກັນພ້ອມທັງເຂົ້າຮ່ວມບຸນສິນກິນທານ, ແບ່ງເບົາຄວາມທຸກໂສກນຳພວກຂ້າພະເຈົ້າດ້ວຍ.

Related Posts

Leave a Reply

Your email address will not be published. Required fields are marked *