ເຖີງ: ຫົວຫນ້າກົມໃຫຍ່, ຫ້ອງຫ້ອງວ່າການກະຊວງ, ກົມ, ກອງບັນຊາການ, 02 ວິທະຍາຄານ ກອງບັນຊາການ ປກສ ແຂວງທົ່ງປະເທດ, ແລະ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ.
ເລື່ອງ: ເພີ່ມທະວີວຽກງານປະຈໍາການກຽມພ້ອມສູ້ຮົບ.
– ອີງຕາມທິດຊີ້ນໍາຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໃນຄັ້ງວັນທີ 25 ກຸມພາ 2022.
– ອີງໃສ່ສະພາບການຂອງໂລກ ໃນໄລຍະປະຈຸບັນ.
-ອີງຕາມສົດຫນ້າທີ່ ແລະ ພາລະບົດບາດຂອງຫ້ອງວ່າການກະຊວງ ປ້ອງກັນຄວາມສະຫງົບ.
ຫົວຫນ້າຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບຂໍຖືເປັນກຽດແຈ້ງມາຍັງບັນດາກົມ-ກອງ ທີ່ກ່າວມາຂ້າງເທິງຊາບດັ່ງນີ້:
1. ໃຫ້ພວກສະຫາຍເຂັ້ມງວດປະຈໍາການກຽມພ້ອມສູ້ຮົບຂອງກົມກອງ, ຮັບປະກັນໄດ້ດ້ານ ຈໍານວນຜົນ, ອາວຸດ, ຍຸດໂທ ພາຫະນະ ແລະ ອຸປະກອນເຕັກນິກວິຊາສະເພາະທີ່ຈໍາເປັນ,
2. ເຂັ້ມງວດລະບົບສ່ອງແສງລາຍງານສະພາບເປັນປົກກະຕິ,
-ລາຍງານສະພາບປະຈໍາການຂອງກົມກອງໃນແຕ່ລະວັນຜ່ານທາງໂທລະສັບຫມາຍເລກ 021 970999, 020 98489887.
– ລາຍງານສະພາບປະຈໍາວັນຜ່ານທາງບົດລາຍງານປະຈໍາວັນຂອງກົມກອງ ຫຼື ໂທລະບົບຫມາຍ ເລກ 021 970333, 020 58827454.
ດັ່ງນັ້ນຈຶ່ງແຈ້ງມາຍັງບັນດາສະຫາຍເພື່ອຮັບຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.
ຫົວຫນ້າຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ
