ຜູ້ໂດຍສານຊື້ປີ້ລົດໄຟ ຖ້ຽວໜຶ່ງຈະເສຍຄ່າທໍານຽມປີ້ລະ 20.000ກີບ.
ອີງຕາມຂ່າວ CRI-FM93 ລາຍງານວ່າ ໃນວັນທີ 25 ກຸມພາ 2022, ບໍລິສັດທາງລົດໄຟລາວ-ຈີນ ໄດ້ເລີ່ມເປີດປ່ອງບໍລິການຂາຍປີ້ຈຸດທໍາອິດຢ່າງເປັນທາງການທີ່ນະຄອນຫຼວງວຽງຈັນ. ປ່ອງຂາຍປີ້ໃໝ່ນີ້ຕັ້ງສູນການຄ້າວຽງຈັນເຊັນເຕີຊັ້ນໜຶ່ງ ເຂດຖະໜົນຄູວຽງ.

ເວລາຂາຍປີ້ແມ່ນຕອນເຊົ້າ 10.00-12.00 ໂມງ ແລະຕອນບ່າຍ 12.30-15.30 ໂມງ, ຜູ້ໂດຍສານຕ້ອງຖືບັດປະຈໍາຕົວ, ບັດຢັ້ງຢືນການສັກວັກຊີນຄົບໂດສ.
ຈຸດຂາຍປີ້ຍັງມີບ່ອນແຈ້ງຂໍ້ມູນກ່ຽວກັບຖ້ຽວລົດໄຟ, ລາຄາປີ້. ບໍ່ມີການຂາຍປີ້ຕ່າງແຂວງ ແລະ ປີ້ເດັກນ້ອຍ ແລະ ບໍ່ຮັບສົ່ງປີ້ຄືນ (ຖ້າຢາກສົ່ງຄືນໃຫ້ໄປສະຖານີນະຄອນຫຼວງ).

ຈຸດຂາຍປີ້ລົດໄຟດັ່ງກ່າວ ໄດ້ບໍລິການຂາຍປີ້ໂດຍສານໄປວຽງຈັນ-ບໍ່ເຕັນ ແລະ ວຽງຈັນ-ຫຼວງພະບາງ, ສາມາດຊື້ປີ້ລ່ວງໜ້າໄດ້ 3 ວັນລວມທັງມື້ເດີນທາງ. ຜູ້ໂດຍສານ 1 ຄົນ ສາມາດຊື້ໄດ້ 2 ປີ້. ເພື່ອຍົກສູງປະສິດທິພາບ ແລະການຊໍາລະທີ່ສະດວກໃຫ້ຜູ້ໂດຍສານ ບໍລິສັດທາງລົດໄຟໄດ້ກໍານົດການຈ່າຍເງິນຜ່ານທາງບັດທະນາຄານເຊັ່ນ: one Play, Unian play, ແລະ ອື່ນໆ ແຕ່ບໍ່ຮັບເງິນສົດ.
ນອກນີ້, ຜູ້ໂດຍສານຊຶ້ປີ້ທາງລົດໄຟຖ້ຽວໜຶ່ງຈະເສຍຄ່າທໍານຽມປີ້ລະ 20.000ກີບ.

ເນື້ອໃນຂ່າວ: CRI-FM93