ສານຕັດສິນປະຫານຊີວິດ ທ້າວ ສີສຸກ ດາວເຮືອງ ພໍ່ຄ້າຢາເສບຕິດລາຍໃຫຍ່.
——————————
—-ໃນວັນທີ 3 ມີນາ 2022 ນີ້, ສານປະຊາຊົນ ນະຄອນຫລວງວຽງຈັນ ໄດ້ຕັດສິນ ທ້າວ ສີສຸກ ດາວເຮືອງ ( ຈຳເລີຍ 1 ) ອາຍຸ 45 ປີ, ນັກທຸລະກິດ ບ້ານຂຸນຕາທົ່ງ ເມືອງສີໂຄດຕະບອງ , ໃນສະຖານການຄ້າຂາຍຢາເສບຕິດ, ການຟອກເງິນ ແລະ ການຊື້ຂາຍອາວຸດເສິກໂດຍບໍ່ຖືກຕ້ອງຕາມກົດໝາຍ ດ້ວຍການປະຫານຊີວິດ; ໃນນີ້, ໄດ້ຕັດສິນພັກພວກທີ່ຮ່ວມຂະບວນການ ອີກ 4 ຄົນ:
1. ທ້າວ ຜ່ອງສີ ນວນນີວົງ (ຈຳເລີຍ2) ອາຍຸ 44 ປີ, ນັກທຸລະກິດ ບ້ານນາ ເມືອງໄຊທານີ ນະຄອນຫຼວງວຽງຈັນໃນສະຖານ: ມີຢາເສບຕິດໄວ້ໃນຄອບຄອງ (ຢາໄອສ໌), ການຟອກເງິນ, ການຊື້ຊັບພົນລະເມືອງຜິດກົດໝາຍ ແລະ ການໃຊ້ເອກະສານປອມ ສານຕັດສິນຈຳຄຸກ 7 ປີ 3 ເດຶືອນ;
2. ນາງ ອຸໄລວັນ ພາວິວົງກອນ (ຈຳເລີຍ3) ອາຍຸ 60 ປີ, ຄ້າຂາຍ ບ້ານປາກກະດິງເໜຶອ ເມືອງປາກກະດິງ ແຂວງບໍລິຄຳໄຊ, ຄ້າຂາຍຢາເສບຕິດ ແລະ ການຟອກເງິນ ຕັດສິນຈຳຄຸກຕະຫຼອດຊີວິດ;
3. ທ້າວ ທົງໄຊ (ຈຳເລີຍ4) ອາຍຸ 27 ປີ, ກຳມະກອນ, ບ້ານໜອງປາໄນ, ເມືອງສີໂຄດຕະບອງມີຢາເສບຕິດໄວ້ໃນຄອບຄອງ (ຢາອີ) ແລະ ການມີອາວຸດເສິກໄວ້ໃນຄອບຄອງບໍ່ຖືກຕ້ອງຕາມກົດໝາຍ ຕັດສິນ 7 ປີ ແລະ
4. ທ້າວ ວິປະກອນ ບຸນຜາປະເສີດ (ຈຳເລີຍ5) ອາຍຸ 28 ປີ ພະນັກງານ ບ້ານໂພນທັນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຊື້ຂາຍອາວຸດເສິກໂດຍບໍ່ຖືກຕ້ອງຕາມກົດໝາຍ ຕັດສິນຈຳຄຸກ 4 ປີ 11 ເດືອນ 11 ວັນ ພ້ອມຮີບຊັບສິນຈໍານວນໜຶ່ງ.ໃນສຳນວນຄະດີໄດ້ໃຫ້ຮູ້ວ່າ: ທ້າວ ສີສຸກ ດາວເຮືອງ ຖືກເຈົ້າໜ້າທີ່ຈັບຕົວໄດ້ໃນເວລາ 1:00 ໂມງ ຂອງວັນທີ 1 ເມສາ 2017 ພ້ອມກັບ ທ້າວ ທົງໄຊ ແລະ ທ້າວ ວິປະກອນ ແລະ ກວດຄົ້ນລົດ ພົບເຫັນປືນສັ້ນ P22 ຈຳນວນ 1 ກະບອກ ພ້ອມລູກຈຳນວນ 10 ລູກ ຢູ່ໃນປະຕູລົດ, ຫຼັງຈາກຖືກຈັບຕົວແລ້ວ ເຈົ້າໜ້າທີ່ໄດ້ກວດຄົ້ນເຮືອນຂອງທ້າວທທົງໄຊ ສາມາດກວດຢຶດປືນໄດ້ 4 ກະບອກ ແລະ ລູກປືນ 100 ກ່ວາລູກ ຊຶ່ງເປັນປືນຂອງທ້າວມສີສຸກ ທີ່ໄດ້ບອກໃຫ້ທ້າວ ທົງໄຊ ເອົາໄປເກັບຮັກສາ ໄວ້ທີ່ເຮືອນ.ທ້າວ ທົງໄຊ ບອກວ່າກັບເຈົ້າໜ້າທີ່ວ່າ :
ສາເຫດທີ່ເອົາປືນໃຫ້ທ້າວ ສີສຸກ ເອົາປືນ ໄວ້ໃນເຮືອນນັ້ນຍ້ອນວ່າຢ້ານຖືກເຈົ້າໜ້າທີ່ຕຳຫຼວດຈັບຕົວ ແລ້ວກວດຄົ້ນເຮືອນ, ສ່ວນປືນສັ້ນ P22 ຈໍານວນ 1 ກະບອກພ້ອມລູກ ຈໍານວນ 10 ລູກ ທ້າວ ສີສຸກ ເອົາຕິດຕົວໄວ້ເພື່ອປ້ອງກັນຕົວ ແລະ ກວດຄົ້ນເຮືອນຂອງ ທ້າວ ສີສຸກ ພົບເຫັນຂອງກາງຢາເສບຕິດ (ຢາໄອສ໌) ຈຳນວນ 3 ຖົງນ້ອຍ ນ້ຳໜັກ 12,4 ກຼາມ ແລະ ຄັນຊາແຫ້ງ ຈຳນວນ 1 ຖົງ ນ້ຳໜັກ 29,9 ກຼາມ.
ທ້
ປືນສັ້ນຍີ່ຫໍ້ກັອກ17 ຈຳນວນ 1 ກະບອກ ພ້ອມລູກຈຳນວນ 15 ລູກ, ປືນສັ້ນບິບີກັນດັດແປງ 1 ກະບອກ ພ້ອມລູກຈຳນວນ 6 ລູກ, ປືນສັ້ນ P238 ສີດຳ ຈຳນວນ 1 ກະບອກພ້ອມລູກຈຳນວນ 02 ລູກ ແລະ ປືນສັ້ນຍີ່ຫໍ້ ຫັນລີ ຈຳນວນ 1 ກະບອກ ພ້ອມລູກຈຳນວນ 5 ລູກ ແລະ ຍັງມີລູກປືນອີກຈຳນວນໜຶ່ງບໍ່ໄດ້ນັບ, ວັນທີ 31 ມີນາ 2017 ເວລາ 10:00 ໂມງ ຈຳເລີຍ 1 ໄດ້ໂທລະສັບບອກໃຫ້ ຈຳເລີຍ4 ໄປຫາຢູ່ເຮືອນ ເພື່ອເດີນທາງໄປແຂວງຫຼວງພະບາງ,
ຈາກນັ້ນ ຈຳເລີຍ 4 ກໍເອົາປືນສັ້ນ P238 ສີດຳ 1 ກະບອກ ພ້ອມລູກ 2 ລູກ ໃສ່ໃນກະເປົາພາຍສີດຳແລ້ວໄປນໍາ, ເມື່ອໄປຮອດເຮືອນຂອງ ຈຳເລີຍ 1 ກໍໄດ້ເອົາຢາອີ ໃຫ້ຕົນ ຈຳນວນ 8 ເມັດ ທີ່ບັນຈຸໃສ່ໃນຖົງຢາງສີຂາວ ເກັບຮັກສາໄວ້, ຈາກນັ້ນ ໄປຮັບເອົາ ຈຳເລີຍ 5 ພາກັນເດີນທາງໄປແຂວງ ຫຼວງພະບາງ ມາຮອດວັນທີ 1 ເມສ 2017 ຈຶ່ງຖືກເຈົ້າໜ້າທີ່ຈັບຕົວແລ້ວກວດຄົ້ນຕົວພົບເຫັນປືນສັ້ນ 1 ກະບອກ ພ້ອມລູກ 2 ລູກ ແລະ ຢາອີ 8 ເມັດ ແລະ ຕໍ່ມາເຈົ້າໜ້າທີ່ຈຶ່ງໄດ້ທຳການກວດຄົ້ນເຄຫະສະຖານເຮືອຂອງ ຈຳເລີຍ 4 ພົບເຫັນປືນຈໍານວນ 3 ກະບອກ ພ້ອມດ້ວຍລູກປືນ ທີ່ຈໍາເລີຍ 1 ນໍາມາຝາກໄວ້ .ທ້າວ ວິປະກອນ ຫຼື ລີ່ ( ຈຳເລີຍ 5) ໄດ້ຊື້ປືນສັ້ນຍີ່ຫໍ້ ເຊເປ ( K54) ຈຳນວນ 1 ກະບອກ ພ້ອມລູກຈຳນວນ 8 ລູກ ນຳຄົນບໍ່ຮູ້ຊື່ ໃນລາຄາ 10.000 ບາດ ຢູ່ແຂວງຈຳປາສັກ, ພາຍຫຼັງຊື້ມາແລ້ວກໍເອົາໄວ້ກະເປົາພາຍຕິດຕົວໄປນຳຕະຫຼອດ ເພື່ອໄວ້ປ້ອງກັນຕົວ,
ມາຮອດວັນທີ 31 ມີນາ 2017 ເວລາ 10:00 ໂມງ ຈຳເລີຍ 1 ແລະ ຈຳເລີຍ 4 ໄດ້ຂັບຂີ່ລົດ ມາຮັບຕົນຢູ່ເຮືອນແລ້ວກໍພາກັນຂັບຂີ່ລົດໄປຮັບເອົາ ທ້າວ ປອນ, ແລ້ວກໍພາກັນຂັບຂີ່ລົດ ເດີນທາງໄປແຂວງຫຼວງພະບາງຈຸດປະສົງແມ່ນໄປທ່ຽວຫຼິ້ນ ແລະ ແຂ່ງເຮືອເຈັດສະກີ້ຢູ່ເຄື່ອນນ້ຳຄານ, ພໍໄປຮອດກໍພາກັນໄປຂອງຫ້ອງພັກ ແລະ ເລາະທ່ຽວຕາມແຜນທີ່ຕົກລົງກັນໄວ້; ມາຮອດວັນທີ 1 ເມສາ 2017 ຈຶ່ງຖືກເຈົ້າໜ້າທີ່ຈັບຕົວພ້ອມ ດ້ວຍປືນສັ້ນຍີ່ຫໍ້ ເຊເປ (K54) 1 ກະບອກ ພ້ອມລູກ 8 ລູກ ມາດຳເນີນຄະດີຕາມກົດໝາຍ.

ລາຍລະອຽດຂອງຄະດີຕິດຕາມອ່ານໄດ້ໃນໜ້າໜັງສືພິມຄວາມສະຫງົບ ແລະ ພວກເຮົາຈະລາຍງານລະອຽດອີກຄັ້ງໜຶ່ງ ໃນເພຈຂອງພວກເຮົາ….————————————-

ທີ່ມາຂໍ້ມູນ:ໜັງສືພິມຄວາມສະຫງົບ