ທ່ານປະທານາທິບໍດີປູຕິນໄດ້ກ່າວວ່າເລື່ອງບັນຫາໃນຢູເຄຣນແມ່ນເກີດມາຈາກອາເມລິກາແລະນາໂຕ

ທ່ານປະທານາທິບໍດີປູຕິນໄດ້ກ່າວວ່າເລື່ອງບັນຫາໃນຢູເຄຣນແມ່ນເກີດມາຈາກອາເມລິກາແລະນາໂຕທີ່ເປັນຕົ້ນເຫດ

ດ້ວຍການຍຸຍົງສົ່ງເສີມແລະສະນັບສະຫນູນໃຫ້ຢູເຄຣນຕໍ່ຕ້ານລັດເຊຍເພື່ອຜົນປະໂຫຍດທາງການເມືອງຂອງຕົນພ້ອມກັນນັ້ນສະຫະລັດແລະພັນທະມິດຍັງໄດ້ນຳເອົາອາວຸດມາຕິດຕັ້ງຕາມປະເທດທີ່ຕິດຈອດເພື່ອເປັນໄພຄຸກຄາມໃນການທຳລາຍລັດເຊຍຖືວ່າເປັນການລະເມີດຕໍ່ກົດຫມາຍສາກົນແລະສົນທິສັນຍາຄວາມຫມັ້ນຄົງຂອງລັດເຊຍ,ການແກ້ໄຂບັນຫາດັ່ງກ່າວນີ້ລັດເຊຍໄດ້ມີຄວາມພະຍາຍາມທີ່ສຸດໃນທຸກວິທິທາງຮ່ວມກັບສະຫະລັດແລະພັນທະມິດແຕ່ມີການເມິນເສີຍຕະຫລອດໄລຍະທີ່ຜ່ານມາ.

_

ຜູ້ນຳສະຫະລັດກ່າວໃນເວທີຕ່າງໆມີແຕ່ບອກວ່າປະເທດນັ້ນປະເທດນີ້ເປັນໄພຄຸກຄາມຂອງໂລກໂດຍມັກອ້າງແບບກວມລວມເພື່ອເຮັດໃຫ້ຫລາຍປະເທດທີ່ຮູ້ເທົ່າບໍ່ເຖິງການມີຄວາມກັງວົນຕໍ່ປະເທດທີ່ອາເມລິກາກ່າວໄວ້ແຕ່ຄວາມຈິງແລ້ວມີປະເທດດຽວເທົ່ານັ້ນທີ່ເປັນໄພຄຸກຄາມເບີ1ຂອງໂລກນັ້ນປະເທດອາເມລິກາທີ່ຫາເລາະຮຸກຮານປະເທດຕ່າງໆໃນທົ່ວໂລກດ້ວຍການຊັກຈູງຫລາຍປະເທດເປັນຕົວແທນເພື່ອຜົນປະໂຫຍດຂອງຕົນ.

ປູຕິນໄດ້ບອກກັບນັກຂ່າວໂລກຕາເວັນຕົກວ່າໃຫ້ກັບໄປຖາມສະຫະລັດເບິ່ງວ່າຖ້າລັດເຊຍເອົາອາວຸດໄປຕິດຕັ້ງຕາມຊາຍແດນທີ່ຕິດຈອດກັບອາເມລິການັ້ນແມ່ນອາເມລິກາມີຄວາມມີຄວາມພູມໃຈບໍ?

Related Posts

Leave a Reply

Your email address will not be published. Required fields are marked *