ສຳນັກຂ່າວ CNN ລາຍງານວ່າ: ເກີດເຫດເຮືອບັນທຸກສິນຄ້າ Felicity Ace ເຊິ່ງບັນທຸກລົດຫຼູ, ສ່ວນຫຼາຍເປັນລົດ Porsche ແລະ BENTLEY ລວມທັງໝົດ 4.000 ຄັນໄດ້ເກີດໄຟໄໝ້ຢ່າງຮຸນແຮງຢູ່ທາງທິດເໜືອຂອງມະຫາສະໝຸດແອັດແລນຕິກ ຈົນບໍ່ສາມາດຄວບຄຸມທິດທາງໄດ້ ກ່ອນຈະຈົມລົງກາງມະຫາສະໝຸດບໍລິເວນເກາະອາໂຊເຣສ ປະເທດປ໊ອກຕຸຍການ.
ລາຍງານລະບຸວ່າ: ເຮືອລຳດັ່ງກ່າວໄດ້ບັນທຸກລົດ ປໍເຊ, ລົດເບັ້ນ ແລະ ລົດຫຼູຊະນິດອື່ນໆລວມທັງໝົດ 4.000 ຄັນໄດ້ອອກຈາກເມືອງເອັມເດັນຂອງເຢຍລະມັນແຕ່ກາງເດືອນກຸມພາຜ່ານມາ ເພື່ອມຸ່ງໜ້າໄປຍັງສະຫະລັດອາເມຣິກາ ແຕ່ຂະນະທີ່ກຳລັງແລ່ນຜ່ານເມືອງອາໂຊເຣສຂອງປ໊ອກຕຸຍການໄດ້ເກີດໄຟໄໝ້ຂຶ້ນຢ່າງຮຸນແຮງ.

ທັງນີ້ ບໍລິສັດໂຟກສະວາແກນ ປະເມີນວ່າ ຄວາມເສຍຫາຍທີ່ເກີດຂຶ້ນຕໍ່ເຫດການດັ່ງກ່າວປະມານ 155 ລ້ານໂດລາສະຫະລັດ ໂດຍບໍລິສັດປະກັນໄພຈະເປັນຜູ້ຊົດເຊີຍຄວາມເສຍຫາຍທັງໝົດ, ໃນຂະນະທີ່ບໍລິສັດ BENTLEY ຢືນຢັນວ່າ ມີລົດເບັ້ນຢູ່ໃນເຮືອປະມານ 189 ຄັນ, ສ່ວນບໍລິສັດ Porsche ຢືນຢັນວ່າ ມີລົດປໍເຊປະມານ 1.100 ຄັນ, ສ່ວນພະນັກງານຢູ່ໃນເຮືອທັງໝົດ 22 ຄົນໄດ້ຮັບການຊ່ວຍເຫຼືອຈາກກອງທັບເຮືອ, ກອງທັບອາກາດຂອງປ໋ອກຕຸຍການ ແລະ ເຮືອບັນທຸກສິນຄ້າທີ່ກຳລັງແລ່ນຢູ່ບໍລິເວນໃກ້ຄຽງຊ່ວຍເຫຼືອໄວ້ທັນ ໂດຍບໍ່ມີໃຜໄດ້ຮັບບາດເຈັບ ຫຼື ເສຍຊີວິດແຕ່ຢ່າງໃດ.
