ອນເກີດການໂຈມຕີ Ukraine ເພິ່ງພາ USA & Nato ເພື່ອຕ້ານທານກັບອິດທິພົນຂອງRussia

🅰️ກ່ອນເກີດການໂຈມຕີ Ukraine ເພິ່ງພາ USA & Nato ເພື່ອຕ້ານທານກັບອິດທິພົນຂອງRussia ການສ້າງຄວາມເປັນຕົວເອງ ກໍ່ເປັນອີມມູມທີ່ຜູ້ນຳແຕ່ລະປະເທດຄວນມີໃນສາຍເລືອດ

ການທຳລາຍເຜົ່າພັນຄົນລັດເຊຍ ການທຳລາຍພາສາລັດເຊຍ ການເລັ່ງເຄື່ອງກຳຈັດຄວາມເປັນລັດເຊຍອອກຈາກແຜ່ນດີນ Ukraine I ການດຳເນີນການຕໍ່ກັບຊາດອື່ນ ກໍ່ຕ້ອງໄດ້ຄຳນວນເຖິງຜົນກະທົບ ການພາຍາຍາມລົບປະຫວັດສາດ ເປັນຄວາມສ່ຽງຂອງຜູ້ນຳຢູ່ສະເຫມີມາ I

ຍິ່ງ Ukraine ຊົບອົກ ຝ່າຍກົງກັນຂ້າມ ຫລື ສັດຕູ ຍິ່ງເຮັດໃຫ້ Russia ຮູ້ໄດ້ເຖິງໄພອັນຕະລາຍຍິ່ງ Ukraine ທຳລາຍຄົນລັດເຊຍ ກຳຈັດວັດທະນະທຳສາດສະຫນາ ຍິ່ງເພີ່ມຄວາມໂກດແຄ້ນໃຫ້ຜູ້ນຳລັດເຊຍ

ແນ່ນອນສີມືຂອງ KGB ລ້ວນແຕ່ມີບົດບາດສຳຄັນໃນວຽກງານນີ້ ການເມືອງໃນ Ukraine ເອງກໍ່ສະຫລັບສັບຊ້ອນ ແລະ ເບາະບາງເລື່ອງຂໍ້ມູນຂ່າວສານ ແນ່ນອນວ່າໂອກາດລັດເຊຍທີ່ຈະເຂົ້າເຖິງຍຸດທະສາດຂອງ Ukraine ນັ້ນແມ່ນງ່າຍ ນີ້ອາດເປັນເຫດຜົນຕົ້ນຕໍ່ຂອງ ບັນຫາ

🅱️ເສັ້ນທາງການທູດຄວາມຈິງເລື່ອງນີ້ໄດ້ເລີ່ມມາດົນແລ້ວມີ ເຢຍລະມັນ🇩🇪 ຟລັ່ງເສດ🇲🇫 ເຂົ້າມາເປັນຕົວກາງໃນການເຈລະຈາ Normandy ແນ່ນອນການເຈລະຈາ ລັດເຊຍຄົງສະເຫນີສິ່ງທີ່ຄັດໃຈ ເຊເລນສະກີ່🇺🇦 ທີ່ສຳຄັນມີ ສະຫາລັດ🇺🇲 ມາປອບໃຈ ແລະ ຊີ້ແນະເຊເລນສະກີ່ວ່າແບບນັ້ນເສຍປຽບແບບນີ້ຈະດີກວ່າ ອັນນັ້ນຍອມບໍ່ໄດ້ ແບບນີ້ພີ່ຈະຊ່ວຍ ເຮັດໃຫ້ເຊເລນສະກີ່ ເຫັນແຕ່ຈຸດໄດ້ປຽບ ທີ່ຊົບອົກພີ່ໃຫຍ່ ຂາດການປະເມີນແລວລົມ ແລະ ກຳລັງແຮງຂອງຕົນ ເຮັດໃຫ້ການເຈລະຈາບໍ່ປະສົບຜົນສຳເຫລັດ

🆎️Russia ເປີດເກມລຸກລັດເຊຍເບິ່ງແລວລົມ ອ່ານດີນຟ້າອາກາດແລ້ວລະ ວ່າຖ້າ Ukraine ເຂົ້າເປັນສຳມາຊິກ Nato ສະຖານະການຍິ່ງຈະອັນຕະລາຍກວ່ານີ້ ປະຊາຊົນຂອງທັງສອງຊາດຍິ່ງຈະບາດເຈັບລົ້ມຕາຍຫລາຍກວ່ານີ້ ຍ້ອນມືທີສາມ ເມື່ອລົມກັນດີດີແລ້ວບໍ່ສົນໃຈ ກໍ່ຈັດໃຫ້ເຊເລນສະກີ່ ແລະ ອ້າຍຮັກຂອງລາວໄດ້ເຫັນວ່າ ລັດເຊຍແມ່ນໃຜ

ຈິ່ງເກີດມີ:

1. ການເຄື່ອນພົນ ມີການຊ້ອມຮົບ

2. ສະແດງຂີປານາວຸດ ມີການກຽມພ້ອມ ດ້ານຍຸດທະສາດ

3. ຜູ້ນຳຂອງ ທັງສອງຊາດ ລັດເຊຍ ແລະ ເບຍລາລຸດ ເຂົ້ານັ່ງໃນຫ້ອງ ເພື່ອກົດປຸ່ມນີວເຄຍ ຮຽນຮູ້ວິທີການ ຖ້າວັນນັ້ນມາເຖິງ ເພາະເບຍລາລຸສ ຢູ່ໄກ້ກັບໂປໂລຍ ແລະ ຊາດອື່ນໆຂອງ Nato

4. ນອກນີ້ຍັງມີຜູ້ຮັບຜິດຊອບຈອບພິເສດນັ້ນກໍ່້ຄື ທ່ານ ກີມ ຜູ້ນີ້ລັດເຊຍມອບໃຫ້ເບິ່ງແຜ່ນດີນຂອງສະຫາລັດ ຍີ່ປຸ່ນ I ແບ່ງວຽກກັນລະອຽດດ້ານຍຸດທະສາດ I

5. ປະກາດຮັບຮອງດອນບັດ

6. ເຄື່ອນກອງທັບທະຫານເຂົ້າດອນບັດ

7. ສືບຕໍ່ເປົ້າຫມາຍໃຫຍ່ ການປົດອາວຸດ Ukraine

🆑️ສິ່ງທີ່ເປັນຢູ່ລັດເຊຍຄືໂຈນທີ່ບຸກລຸກຊາດອື່່ນ ປະຊາຊົນຫລາຍຊາດ ປານາມເພາະສິ່ງທີ່ກຳລັງດຳເນີນຢູ່ຄືຄວາໂຫດຮຽ້ມອຳມະຫິດ ທີ່ເລືອກການທຳລາຍ ສ້າງຄວາມຫຍຸ້ງຍາກໃຫ້ຊາດອື່ນບົດບາດຜູ້ນຳ ເຊເລນສະກີ່ ຕອນນີ້ກຳລັງເປັນພະເອກທີ່ສູ້ຕາຍປົກປ້ອງບ້ານເມືອງ ປະຊາຄົມໂລກຕົບມືໃຫ້ ສັດຕູຂອງລັດເຊຍ ໄດ້ຈັງວະງັດໄມ້ເດັດອອກມາຫລີ້ນງານລັດເຊຍ ການຂວ້ມບາດ ການຕັດສາຍເລືອດທາງການເງິນ ສາລະພັດ ສື່ມວນຊົນປະໂຄງຂ່າວເຈາະເລິກປະຫວັດຂອງ ທ່ານປູຕິນ ເວົ້າແນວໄດໃຫ້ເສຍຫາຍ ແລະ ຫນ້າລັງກຽດ

🔰ກ້າວຕໍ່ໄປທີ່ຈະເກີດຂື້ນລັດເຊຍຈະຄ່ອຍໆໄງ້ຈຸດທີ່ຜຸ້ນຳ ເຊເລນສະກີ່ ດຳເນີນມາ ໃຫ້ເຫັນນະໂຍບາຍອັນໂຫດຮ້າຍຂອງ ເຊເລນສະກີ່ ລັດເຊຍຈະເອົາຄືນ ການແປບົດບາດຂອງພະເອກ ມາເປັນຜູ້ຮ້າຍທີ່ຄ້າຊີວິດປະຊາຊົນໂຕເອງ ລັດເຊຍຈະໄງ້ຄວາມຫລັບ ຂອງ Nato ທີ່ໄດ້ລົມແລະວາງແຜນຫຍັງໄວ້ກັບ ເຊເລນສະກີ່ ຖ້າເບິ່ງໂລດ ຕອນນີ້ລັດເຊຍມຸ້ງເນັ້ນການສູ້ຮົບດ້ານອາວຸດກ່ອນ ສ່ວນສື່ມວນຊົນ ສົງຄາມການຂ່າວ ລັດເຊຍຈະຄ່ອຍໆ ງັດອອກມາ ໃນເມື່ອປະຊາຊົນກັບມາບ້ານມາເຮືອນ

ຫນັງເລື່ອງນີ້ຍັງມີຫລາຍຕອນຢ່າຟ້າວຕາຍຈາກກັນເດີທ່ານັວັນນີ້ບ້ານເມືອງເຮົາບໍ່ມີສົງຄາມແມ່ນດີທີ່ສຸດແລ້ວ

Related Posts

Leave a Reply

Your email address will not be published. Required fields are marked *