ສະຫຼົດໃຈ!​ ພາຄອບຄົວໄປກິນເຂົ້າຢູ່ສວນຖືກ ລ ະ ເບີດ ເ ສ ຍ ຊີວິ ດ

🙏🙏🙏ສະຫຼົດໃຈ!​ ພາຄອບຄົວໄປກິນເຂົ້າຢູ່ສວນຖືກລະເບີດເສຍຊີວິດ

ບໍລິຄຳໄຊລາຍງານໃຫ້ຮູ້ວ່າ: 8 ມີນາ​ 2022 ເວລາປະມານ 10 ໂມງເຊົ້າ ພຕ ບຸນເຮືອງ ຄຳພະຈັນ ຮອງພະແນກ 200 ຫ້ອງສັນຕິບານ ປກສ ແຂວງບໍລິຄຳໄຊ ໄດ້ພາຄອບຄົວຕົນເອງ, ຄອບຄົວ ໝູ່ຄູ່ 3 ຄອບຄົວ ອອກໄປກິນເຂົ້າສາມັກຄີຢູ່ສວນໝູ່ຄູ່ ເຂດ ບ້ານ ທົ່ງພັນຄຳ ເມືອງ ບໍລິຄັນ ແຂວງ ບໍລິຄຳໄຊ ພໍໄປຮອດກໍໄດ້ກະກຽມຈັດແຈງສະຖານທີ່ ອາຫານການກີນ ສ່ວນຜູ້ກ່ຽວແມ່ນໄດ້ດັງໄຟ ບັງເອີນໄດ້ມີລະເບີດທີ່ຕົກຄ້າງໃນປາງສົງຄາມທີ່ຝັງຢູ່ໃຕ້ດິນ ໄດ້ລະເບີດຂຶ້ນ ສົ່ງຜົນເຮັດໃຫ້ຜູ້ກ່ຽວເສຍຊີວິດຄາທີ່ເກີດເຫດ.​

ປັດຈຸບັນໄດ້ເອົາສົບມາບຳເພັນກຸສົນໄວ້ຢູ່ທີ່ ສະໂມສອນ ປກສ ແຂວງ ບໍລິຄໄຊ,ບ ອານຸສອນໄຊ.

ຂໍສະແດງຄວາມເສຍໃຈໃນເຫດການທີ່ບໍ່ປະສົງໃນຄັ້ງນີ້ດ້ວຍ….

ທີ່ມາ:

Related Posts

Leave a Reply

Your email address will not be published. Required fields are marked *