ສົງຄາມຢູເຄຣນ ແລະ ລັດເຊຍ ເປັນມືິ້ທີ 14 ແລ້ວ. ທີ່ລັດເຊຍຍັງຄົງບຸກໂຈມຕີ

ກອງທັບຂອງຢູເຄຣນ ບອກວ່າມີ 4 ເມືອງ ທີ່ທະຫານລັດເຊຍລອມເອົາໄວ້ ແລ້ວພະຍະຍາມຈະຍຶດຄອງໃຫ້ໄດ້ ແຕ່ກໍ່ບໍ່ງ່າຍ ເພາະກອງທັບຢູເຄຣນຕ້ານແຂງ ແລະ ພ້ອມທີ່ຈະສູ້ໃຫ້ຮອດຂັ້ນທີ່ສຸດ.

ຜູ້ນຳຢູເຄຣນ ຍັງໄດ່ເວົ້ວ່າ ຢູເຄຣນຈະພະຍະຍາມ ຊອກທຸກວິທີທາງຕ້ານ ທະຫານລັດເຊຍ ເພື່ອບໍ່ໃຫ້ລັດເຊຍຍຶດໄດ້ 4 ເມືອງນີ້.

ຂະໜະດ່ຽວທາງດ້ານປະຊາຊາດກໍ່ໄດ້ບອກວ່າ ຢູເຄຣນມີພົນລະເມືອງເສຍຊີວິດແລ້ວ 400 ກວ່າຄົນ ໃນນັ້ນມີເດັກນ້ອຍ 20 ກວ່າຄົນ

ຕອນນີ້ເຂດພື້ນທີ່ສະທາລະນະສຸກ, ໂຮງໝໍໃຫຍ່ແຫ່ງໜຶ່ງທີ່ທັນສະໄໝ ໃນຢູເຄຣນກໍຖືກກອງທັບລັດເຊຍໂຈມຕີ ຍິງຈະຫຼວດ ຂີປະນາວຸດ ທຳລາຍເສຍຫາຍໜັກເລີຍ

ເຊິ່ງໂຄງການອານາໄມໂລກ ຫຼື WHO ກໍ່ໄດ້ຢ້າມ ຂໍຄວາມລວມມືວ່າ ຈະທຳລາຍຫຍ້ງ ຈະຍິງເຂດພື້ນທີ່ໃດ ແຕ່ຫ້າມທຳລາຍໂຮງໝໍເດັດຂາດ ເພາະເປັນພື້ນທີ່ປອດໄພທີ່ສຳຄັນ

ຜູ້ນຳຢູເຄຣນ ເປີດເພີຍສະຖະນະການຫຼ້າສຸດຢູ່ໃນຢູເຄຣນ ໃນລະຫວ່າງກ່າວຕໍ່ ລັດຖະສະພາ ສະຫະລັດຜ່ານວິດີໂອລິ້ງວ່າ: ທະຫານລັດເຊຍລອມໄດ້ 4 ເມືອງ ກໍ່ຄື ຄຣາຄີຟ, ໄມໂຄຣລະຢີຟ, ໂຈນີຮີຟ ແລະ ຊູມີ.

ເຊິ່ງສະຖານະການໃນພື້ນທີ່ແມ່ນ ເມືອງຄຣາຄີຟ ເປັນເມືອງໃຫຍ່ອັນດັບ 2 ຂອງຢູເຄຣນ ຕັ້ງຢູ່ທິດຕາເວັນອອກຕິດກັບຊາຍແດນຂອງລັດເຊຍ ທີ່ມີປະຊາຊົນ ຫຼາຍກວ່າ 1ລ້ານ 4 ແສນ ຄົນ, ເວົ້າໄດ້ວ່າ ເມືອງ ນີ້ຖືກໂຈມຕີໜັກທີ່ສຸດໃນຕອນນີ້, ແຕ່ທະຫານຢູເຄຣນກໍ່ທຳໜ້າທີ່ຢ່າງເຕັ້ມທີ່ ສາມາດຕ້ານທະຫານລັດເຊຍໄດ້.

Related Posts

Leave a Reply

Your email address will not be published. Required fields are marked *