Russia-Ukraine War: ສຳນັກງານດ້ານສິດທິມະນຸດຊະຍະຊົນສະຫະປະຊາຊາດ ເປີດເຜີຍຣັສເຊຍໃຊ້ລະເບີດດາວກະຈາຍໂຈມຕີໃນພື້ນທີ່ຊຸມຊົນໃນຢູເຄຣນ ເຊິ່ງອາດຈະເຂົ້າຂ່າຍກໍ່ອາຊະຍາກຳສົງຄາມ ຂະນະຕົວເລກຜູ້ລີ້ໄພສົງຄາມ ເພີ່ມຂື້ນເປັນ 2.5 ລ້ານຄົນແລ້ວ.
ສຳງານດ້ານສິດທິມະນຸດສະຫະປະຊາຊາດ (ສປຊ.) ຖະແຫລງໃນວັນສຸກ(11/3/22)ທີ່ຜ່ານມາວ່າ ໄດ້ຮັບ”ລາຍງານທີ່ຫນ້າເຊື່ອຖືໄດ້” ຫລາຍກໍ່ລະນີກ່ຽວກັບການໃຊ້ລະເບີດດາວກະຈາຍຂອງກອງທັບຣັສເຊຍໃນພື້ນທີ່ຊຸມຊົນໃນຢູເຄຣນ ພ້ອມກ່າວວ່າການໃຊ້ອາວຸດເຊັ່ນນີ້ແບບບໍ່ເລືອກທີ່ ອາດເຂົ້າຂ່າຍເປັນອາຊະຍາກຳສົງາມ.
ທ່ານ ລິຊ ທຣອສເຊວ ໂຄສົກສຳນັກງານດ້ານສິດທິມະນຸດສະຫະປະຊາຊາດ ກ່າວກັບຜູ້ສື່ຂ່າວໃນນະຄອນເຈນີວາ ປະເທດສະວິສເຊີແລນວ່າ ເນື່ອງຈາກມີຜົນກະທົບເປັນບໍລິເວນກວ້າງໃນການໃຊ້ລະເບີດດາວກະຈາຍໃນພື້ນທີ່ ທີ່ມີປະຊາກອນອາໄສຢູ່ຢ່າງຫນາແຫນ້ນ ຈຶ່ງຂັດກັບຫລັກກົດຫມາຍດ້ານມະນູດຊະຍະທຳລະຫວ່າງປະເທດ ເພື່ອປ້ອງກັນຄຸ້ມຄອງຊີວິດ ແລະ ສັກສີຄວາມເປັນມະນູດໃນຍາມສົງຄາມ ຫຼື ຂັດແຍ່ງທາງອາວຸດ.
ທ່ານທຣອສເຊວ ກ່າວວ່າ ເຮົາຂໍເຕືອນເຈົ້າຫນ້າທີ່ລັດຖະບານຣັສເຊຍວ່າ ການໂຈມຕີພົນລະເຮືອນ ແລະ ເປົ້າຫມາຍທີ່ເປັນພົນລະເຮືອນ ລວມທັງການຖິ້ມລະເບີດໃນເມືອງແລະຫມູ່ບ້ານແລະການໂຈມຕີອື່ນໆ ຕາມອຳເພີໃຈເປັນສິ່ງຕ້ອງຫ້າມພາຍໃຕ້ກົດຫມາຍລະຫວ່າງປະເທດ ແລະ ອາດຈະເທົ່າກັບເປັນການກໍ່ອາຊະຍາກຳສົງຄາມ ສຳນັກງານ ລາຍງານວ່າ ມີພົນລະເຮືອນເສຍຊີວິດ 549 ຄົນ ແລະ ບາດເຈັບ 957 ຄົນ ແຕ່ກໍ່ຢ້ຳວ່າ ຈຳນວນທີ່ແທ້ຈິງນັ້ນຫນ້າຈະສູງກວ່ານີ້ຫລາຍ.
ດ້ານ ທ່ານແມັດທິວ ຊັນມາດ ໂຄສົກສຳນັກງານຂ້າຫລວງໃຫຍ່ເພື່ອຜູ້ລີ້ໄພແຫ່ງສະຫະປະຊາຊາດ ຫຼື (UNHCR) ຊຶ່ງກ່າວວ່າຈາກພົມແດນໂປແລນ ລະບຸວ່າ ມີປະຊາກອນຫລາຍກວ່າ 2.5 ລ້ານຄົນແລ້ວ ທີ່ອົບພະຍົບຫນີໄພສົງຄາມອອກຈາກຢູເຄຣນ ແລະ ອີກ 2 ລ້ານຄົນ ຖືກຜັກດັນໃຫ້ຕ້ອງຖິ້ມບ້ານເຮືອນຕັ້ງແຕ່ ຣັສເຊຍເລີ່ມບຸກຢູເຄຣນເມື່ອວັນທີ 24 ກຸພາ 2022 ທີ່ຜ່ານມາ.
ສະຫະປະຊາຊາດ ຫຼື UN ກຽມແຜນຊ່ວຍເຫຼືອດ້ານມະນຸດຊະຍະຊົນເພື່ອຮອງຮັບຜູ້ລີ້ໄພຊາວຢູເຄຣນທີ່ຄາດວ່າຈະມີປະມານ 4 ລ້ານຄົນ ທີ່ຈະອົບພະຍົບເຂົ້າປະເທດເພື່ອນບ້ານ ຢ່າງໃດກໍ່ຕາມ ປະຊາກອນປະມານ 200,000 ຄົນຫຼົບຫນີເຂົ້າປະເທດເພື່ອນບ້ານໃນຊ່ວງ 24 ຊົ່ວໂມງທີ່ຜ່ານມາ ແຕ່ ທ່ານຊັນມາດ ບອກວ່າຕົວເລກຈະສູງຂື້ນໄປຫລາຍກວ່ານີ້ອີກຫລາຍເທົ່າ.
ສຳນັກງານດ້ານມະນູດຊະຍະທຳຫລາຍແຫ່ງ ກຳລັງພະຍາຍາມຢ່າງຫນັກໃນການໃຫ້ຄວາມຊ່ວຍເຫລືອຜູ້ລີ້ໄພຫລາຍພັນຄົນທີ່ກຳລັງລໍຂ້າມຈຸດຜ່ານແດນ ທາມກາງອຸນຫະພູມທີ່ຫນາວເຢັນ ມີຫິມະຕົກ ຢູ່ໃນຂະນະດຽວກັນລົດບັນທຸກກຳລັງນຳຜ້າຫົ່ມ ແລະ ທີ່ນອນຫລາຍພັນຜືນກະຈາຍກັນໄປໃນພື້ນທີ່ຕ່າງໆເພື່ອແຈກໃຫ້ຜູ້ອົບພະຍົບ.
ຂໍ້ມູນຈາກ: ຂ່າວຕ່າງປະເທດ#ໄລ່ຕາມກະແສຂ່າວ
ລີ້ງທີ່ມາ:https://m.facebook.com/story.php?story_fbid=1448140822272260&id=100012290672578