ທາງລົດໄຟ ລາວ-ຈີນ ໄດ້ປ່ຽນແປງເງື່ອນໄຂ ແລະວິທີການອອກເດີນທາງຂອງປະຊາຊົນລຽບຕາມທາງລົດໄຟ
ຂປລ. ວິທະຍຸສາກົນ ແຫ່ງປະເທດຈີນ (CRI) ລາຍງານວ່າ: ທ່ານ ຈັນສຸກ ພະນັກງານບໍລິສັດພູເບ້ຍ, ໄດ້ໃຫ້ສຳພາດຕໍ່ນັກຂ່າວວ່າ: ຂີ່ລົດໄຟ ຈະໃຊ້ເວລາໜ້ອຍກວ່າ ແລະ ລາຄາຖືກກວ່າ, ຮູ້ສຶກມີຄວາມປອດໄພກວ່າຂີ່ລົດເມ ແລະ ຮູ້ສຶກໄວ້ວາງໃຈ ຍ້ອນວ່າຕ້ອງໄປເຮັດວຽກຢູ່ຕ່າງແຂວງເລື້ອຍໆ, ແຕ່ກ່ອນ ທ່ານ ຈັນສຸກ ຕົ້ນຕໍແມ່ນຂີ່ລົດເມໄປ, ບໍ່ພຽງແຕ່ໃຊ້ເວລາຫລາຍກວ່າ, ບາງທີກໍຍັງພົບກໍລະນີດິນເຈື່ອນໃນການເດີນທາງ.
ພາຍຫລັງເປີດນຳໃຊ້ທາງລົດໄຟ ລາວ-ຈີນ ແລ້ວ, ການຂີ່ລົດໄຟໄດ້ເປັນທາງເລືອກບູລິມະສິດຂອງທ່ານ ຈັນສຸກ, ການເປີດນຳໃຊ້ທາງລົດໄຟໄດ້ 100 ວັນ, ທ່ານ ຈັນສຸກ ໄດ້ຂີ່ລົດໄຟເຖິງສິບກວ່າຄັ້ງແລ້ວ. ເວົ້າສຳລັບລາວເອງ, ການຂີ່ລົດໄຟແມ່ນໄວກວ່າ, ສະບາຍກວ່າ ແລະ ປອດໄພກວ່າ.

ວັນທີ 12 ມີນາ 2022 ນີ້, ທາງລົດໄຟ ລາວ-ຈີນ ໄດ້ເປີດນຳໃຊ້ຄົບຮອບ 100 ວັນ. ໄລຍະ 100 ວັນມານີ້, ເພື່ອອຳນວຍຄວາມສະດວກໃຫ້ແກ່ປະຊາຊົນລຽບຕາມທາງລົດໄຟ, ທາງລົດໄຟລາວ-ຈີນ ບໍ່ພຽງແຕ່ໄດ້ເພີ່ມຖ້ຽວລົດໄຟໂດຍສານໃຫ້ຫລາຍຂຶ້ນເທົ່ານັ້ນ, ຫາກຍັງໄດ້ດຳເນີນການທົດລອງແລ່ນລົດໄຟ EMU ຂະບວນລ້ານຊ້າງສອງຂະບວນຕໍ່ໃສ່ກັນ ເພື່ອເພີ່ມຄວາມສາມາດດ້ານການຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການໃນການອອກເດີນທາງຂອງຜູ້ໂດຍສານຢູ່ຕາມທາງລົດໄຟ ລາວ-ຈີນ.

ຕາມຂ່າວແຈ້ງໃຫ້ຮູ້ວ່າ: ການເປີດນຳໃຊ້ທາງລົດໄຟ ລາວ-ຈີນ ໄດ້ 100 ວັນ, ຂະບວນລົດໄຟໂດຍສານຕອນຢູ່ພາຍໃນປະເທດຈີນ ໄດ້ເປີດຖ້ຽວລົດໄຟໄປ-ກັບ 23,5 ຂະບວນຕໍ່ມື້ ແລະ ໄດ້ຂົນສົ່ງຜູ້ໂດຍສານຫລາຍກວ່າ 1,65 ລ້ານເທື່ອຄົນ, ສູງສຸດມື້ໜຶ່ງສາມາດຂົນສົ່ງຜູ້ໂດຍສານໄດ້ເຖິງ 33.000 ເທື່ອຄົນ; ທາງລົດໄຟຕອນຢູ່ພາຍໃນປະເທດລາວໄດ້ເປີດຂະບວນລົດໄຟໂດຍສານ ໄປ-ກັບ 2 ຂະບວນຕໍ່ມື້, ນັບລວມແລ້ວໄດ້ຂົນສົ່ງຜູ້ໂດຍສານ 150.000 ເທື່ອຄົນ ແລະ ສູງສຸດຂົນສົ່ງຜູ້ໂດຍສານໄດ້ເຖິງ 2.800 ເທື່ອຄົນຕໍ່ມື້.
ທາງລົດໄຟ ລາວ-ຈີນ ໄດ້ຮັບຄວາມຍ້ອງຍໍຊົມເຊີຍຈາກຜູ້ໂດຍສານທັງຫລາຍ ຍ້ອນມີສະພາບແວດລ້ອມທີ່ປອດໄພ, ສີຂຽວ, ມີປະສິດທິພາບສູງ ແລະ ສະດວກສະບາຍ.
ພ້ອມດຽວກັນນັ້ນ, ນັບແຕ່ເປີດນຳໃຊ້ທາງລົດໄຟ ລາວ-ຈີນ ເປັນຕົ້ນມາ, ທາງລົດໄຟສາຍນີ້ໄດ້ກາຍເປັນຊ່ອງທາງຈໍລະຈອນສິນຄ້າທີ່ສະດວກສະບາຍຢູ່ລະຫວ່າງ ຈີນ ແລະບັນດາປະເທດສະມາຊິກອາຊຽນ. ໄລຍະ 100 ວັນມານີ້, ໄດ້ຂົນສົ່ງສິນຄ້າຫລາຍກວ່າ 1,2 ລ້ານໂຕນ ແລະ ຂົນສົ່ງສິນຄ້າຂ້າມຊາຍແດນຫລາຍກວ່າ 280.000 ໂຕນ, ໄດ້ຂົນສົ່ງສິນຄ້າໄປເຖິງຫລາຍປະເທດ.
ນອກຈາກນີ້ແລ້ວ, ເພື່ອຍົກຄຸນນະພາບດ້ານການຂົນສົ່ງສິນຄ້າໃຫ້ສູງຂຶ້ນ, ພາກສ່ວນທາງລົດໄຟ ລາວ-ຈີນ ຍັງໄດ້ໃຫ້ບໍລິການຂົນສົ່ງສິນຄ້າ ເສັ້ນທາງສາຍດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ຂົນສົ່ງສິນຄ້າຈາກນະຄອນຄຸນມິງປະເທດຈີນ ເຖິງນະຄອນຫຼວງວຽງຈັນຂອງປະເທດລາວ ໃຊ້ເວລາພຽງ 26 ຊົ່ວໂມງ, ສາມາດປະຢັດເວລາໄດ້ຢ່າງຫລວງຫລາຍເມື່ອທຽບໃສ່ຂະບວນລົດໄຟຂົນສົ່ງສິນຄ້າສາກົນທຳມະດາ.
ພາຍຫລັງເປີດນຳໃຊ້ທາງລົດໄຟ ລາວ-ຈີນ ແລ້ວຕົ້ນທຶນໃນການຂົນສົ່ງສິນຄ້າຈາກນະຄອນຫລວງວຽງຈັນ ເຖິງນະຄອນຄຸນມິງ ຂອງຈີນ ໄດ້ຫລຸດລົງ 40%-50%, ຕົ້ນທຶນຂົນສົ່ງສິນຄ້າພາຍໃນປະເທດລາວກໍໄດ້ຫລຸດລົງ 20%-40%. ຄຽງຄູ່ກັບສົນທິສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານຂອງພາກພື້ນ ຫລື RCEP ມີຜົນບັງຄັບໃຊ້ຢ່າງເປັນທາງການແລ້ວ, ຍອດປະລິມານການຂົນສົ່ງສິນຄ້າຕາມທາງລົດໄຟ ລາວ-ຈີນ ຍັງຈະເພີ່ມຂຶ້ນຢ່າງຫລວງຫລາຍ.
ການເປີດນຳໃຊ້ທາງລົດໄຟ ລາວ-ຈີນ ໄດ້ຊຸກຍູ້ການພັດທະນາເສດຖະກິດຢູ່ລຽບຕາມທາງລົດໄຟຢ່າງແຂງແຮງ ພ້ອມທັງໄດ້ປັບປຸງເງື່ອນໄຂ ແລະ ວິທີການອອກເດີນທາງຂອງປະຊາຊົນຢູ່ລຽບຕາມທາງລົດໄຟເປັນຢ່າງດີ.
ທ່ານ ຄຳພອນ ສິດທິເດດ ຮອງຫົວໜ້າພະແນກຮ່ວມມືສາກົນ ຄະນະພົວພັນຕ່າງປະເທດຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ກ່າວວ່າ: ການເປີດນຳໃຊ້ທາງລົດໄຟ ລາວ-ຈີນ ໄດ້ປັບປຸງການສ້າງພື້ນຖານໂຄງລ່າງຢູ່ລຽບຕາມທາງລົດໄຟໃຫ້ດີຂຶ້ນ ເຊິ່ງມີບົດບາດອັນໃຫຍ່ຫລວງໃນການຊຸກຍູ້ການພັດທະນາເສດຖະກິດຂອງທ້ອງຖິ່ນ ແລະ ການປະກອບອາຊີບຂອງຊາວໜຸ່ມ ພ້ອມທັງໄດ້ຊ່ວຍຊຸກຍູ້ໃຫ້ປະເທດລາວຈາກປະເທດທີ່ບໍ່ມີທາງອອກສູ່ທະເລຫັນມາເປັນປະເທດເຊື່ອມໂຍງເຊື່ອມຈອດຂອງພາກພື້ນ.