ແພດ – ຳຳປ ໝໍ ຄືເປັນແນວນີ້…!! ເມຍຍ່າງໄປເກີດລູກດີໆບໍ່ມີພະຍາດຫຍັງ ຕ້ອງມາຈົບຊີວິດລົງດ້ວຍມື…

ຈາກຜູ້ໃຊ້ເຟສບຸກຊື່ Manivone Phaengxaiboun ໄດ້ໂພສໃນວັນທີ14/3/2022 ວ່າ:  ຢາກຂໍຄວາມຍຸດຕິທຳໃຫ້ນ້ອງຂ້ອຍຕາຍແບບນີ້ມັນແມ່ນບໍເລື້ອງມີຢູ່ວ່າ: ນ້ອງຂ້ອຍໄດ້ໄປເກີດລູກຢູ່ໂຮງຫມໍແຂວງສະຫວັນນະເຂດ ໃນວັນທີ9.3.2022 ເກີດເວລາ 19:19 ນາທີ ຫມໍກໍ່ໄດ້ບອກແມ່ຂ້ອຍວ່າປອດໄພທັງແມ່ປອດໄພທັງລູກທ່ານຫມໍບອກເອງໃຜສິບໍ່ດີໃຈແມ່ນບໍ່

_

_

ມາຮອດເວລາ22:00ໂມງພັດມາບອກຜົວນ້ອງຂ້ອຍກັບພໍ່ຂ້ອຍວ່າຫາເລືອດເດີວ່າເລືອດໄຫລວ່າຊັນ ເປັນຫຍັງແພດຫມໍຄືຊັກຊ້າຄືບໍ່ເບີ່ງຄົນເຈັບແຕ່ວິນາທີນັ້ນລາວເກີດບໍ່ມີການຕິດຕາມຈັກຫນ່ອຍເລີຍບໍຄືຕ້ອງບໍ່ມີຈັນຍາບັນແພດຫມໍປະໃຫ້ຄົນດີໆຕາຍຄົນດີຍ່າງໄປເກີດລູກດີໆບໍ່ມີພະຍາດປະຈຳໂຕຫຍັງຄືເຮັດໃຫ້ນ້ອງກູຕາຍ ຖ້າຖືກກັບຄອບຄົວທີ່ພວກເຈົ້າເປັນແພດຫມໍນິສິຮູ້ສຶກ ສາທຸ

_

_

ຕໍ່ມາເວລາ20:00ໂມງທ່ານຫມໍມາບອກແມ່ຂ້ອຍວ່າສິເອົານ້ອງຂ້ອຍໄປຫຍິບກ່ອນ3ເຂັມກະແລ້ວວ່າຊັນ ຫລັງຈາກນັ້ນແມ່ຂ້ອຍກະຄອງຖ້າລູກອອກບໍ່ເຫັນມາຈັກເທື່ອມັນເກີດຫຍັງຂຶ້ນກັນແທ້…………..?

_

ຂໍວອນສັງຄົມຊ່ວຍໃຫ້ຄວາມເປັນທຳກັບນ້ອງຂ້ອຍແດ່ຊ່ວຍແຊໃຫ້ພວກກະທຳຜິດບໍ່ມີທີ່ຢືນຢູ່ສັງຄົມດ້ວຍເທີດ

_

ທີ່ມາ

Related Posts

Leave a Reply

Your email address will not be published. Required fields are marked *