ຊົມເຊີຍ! ພິຈິກາ ຫຼື ໂບ ປະຕິບັດຕາມສັນຍາ ມອບເງິນໃຫ້ນັກກິລາ U23

👏👏👏 ມອບ-ຮັບ ເງິນ100 ລ້ານກີບ ສະໜັບສະໜັບນັກກິລາບານເຕະ ຢູ-23 ທີມຊາດລາວທ່ານ ນາງ ພິຈິກາ ບຸນກວ້າງ ປະຕິບັດຕາມສັນຍາທີ່ໃຫ້ໄວ້ກັບນັກກິລາບານເຕະຊາຍ ຮຸ່ນອາຍຸ 23 ປີ ຫຼື ຢູ-23 ທີ່ໄດ້ອັນດັບທີ 3 ຮ່ວມ ໃນການແຂ່ງຂັນບານເຕະຊີງແຊ໋ມອາຊຽນ ຮຸ່ນອາຍຸ 23 ປີ ຈັດຂຶ້ນໃນລະຫວ່າງວັນທີ 14-26 ກຸມພາ 2022 ຜ່ານມານີ້ ທີ່ນະຄອນຫລວງພະນົມເປັນ, ປະເທດກຳປູເຈຍ, ເຊີ່ງລາຍການນີ້ທີມຊາດຫວຽດນາມ ໄດ້ຄອງແຊ້ມ.

ໃນການແຂ່ງຂັນຄັ້ງນີ້ ພາຍຫລັງທີ່ ຢູ-23 ທີມຊາດລາວ ສາມາດຜ່ານເຂົ້າຮອບຮອງຊະນະເລີດດ້ວຍການເອົາຊະນະ ທີມຊາດລາວ ເອົາຊະນະ ທີມຊາດມາເລເຊຍ ທັງ 2 ນັດ ໃນຮອບຄັດເລືອກ ໄດ້ເຂົ້າຮອບເປັນທີ 1 ຂອງ B ໂດຍຮອບຮອງຊະນະເລີດ ຫລື ເຂົ້າຮອບ 4 ທີມສຸດທ້າຍ ພົບກັບ ທີມຊາດໄທ.

ດ້ວຍຄວາມດີໃຈ ແລະ ພາກພູມໃຈ, ພ້ອມທັງເປັນການສ້າງຂັວນກໍາລັງໃຈ ທ່ານ ນາງ ພິຈິກາ ບຸນກວ້າງ ໄດ້ປະກາດໃຫ້ເງິນສະໜັບສະໜູນແກ່ນັກກິລາຢູ-23 ຂອງລາວ 40.000.000 ກີບ.

ຢ່າງ ໃດກໍຕາມ, ເຖີງວ່າທີມຊາດລາວ ບໍ່ສາມາດເອົາຊະນະ ທີມຊາດໄທໄດ້ ແລະ ໂຊກຮ້າຍກວ່ານັ້ນແມ່ນບໍ່ສາມາດລົງແຂ່ງຊີງອັນດັບທີ 3 ກັບ ທີມຊາດ ຕີມໍ ເລສເຕ ໄດ້ຍ້ອນວ່ານັກກິລາລາວຈຳນວນຫຼາຍຕິດເຊື້ອພະຍາດໂຄວິດ-19 ເຮັດໃຫ້ຈໍາເປັນຕ້ອງຂໍຖອນຕົວ, ແຕ່ສະຫະພັນບານເຕະອາຊຽນ (AFF) ໄດ້ຕັດສິນໃຫ້ ຢູ-23 ຂອງລາວ ແລະ ຢູ-23 ຕີມໍເລສເຕ ຄອງອັນດັບທີ 3 ຮ່ວມກັນ.

ຂະນະທີ່ ທ່ານ ນາງ ພິຈິກາ ບຸນກວ້າງ ໄດ້ລະດົມທຶນຈາກຫລາຍພາກສ່ວນສົມທົບເຮັດໃຫ້ຈໍານວນເງິນເພີ່ມຂຶ້ນເປັນທັງໝົດ 100.000.000 ກີບ ເພື່ອມອບໃຫ້ ຢູ-23 ລາວ.

ພິທີມອບ-ຮັບເງິນສະໜັບສະໜູນ 100 ລ້ານກີບ ໃຫ້ນັກກິລາບານເຕະ ຢູ-23 ທີມຊາດລາວໃນຄັ້ງນີ້ ຈັດຂຶ້ນໃນຕອນຄໍ່າວັນທີ 14 ມີນາ 2022 ທີ່ໂຮງແຮມແລນມາກ, ນະຄອນຫລວງວຽງຈັນ, ເຊີ່ງໃນພິທີນຄັ້ງນີ້ ຍັງມີບາງພາກສ່ວນມອບເງິນສົມ ທົບ ຄື ບໍລິສັດ ບຸນມາສີແສງຄຳອາສັງ ຫາລິມະຊັບ ຈຳກັດຜູ້ດຽວ ມອບໃຫ້ 20.000.000 ກີບ, ບໍລິສັດ VND ຈຳກັດ ແລະ ຮ້ານດາວິນາ ດີຊາຍ ເຟີນີເຈີ ມອບ ໃຫ້ພາກສ່ວນລະ 5.000.000 ກີບ.

Cr: Lao​National​Radio

Related Posts

Leave a Reply

Your email address will not be published. Required fields are marked *