ສຸມໃສຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງຢູ່ນະຄອນຫຼວງວຽງຈັນ ຍັງມີຫຼາຍບັນຫາທີ່ຕ້ອງແກ້ໄຂ

ສຸມໃສຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງຢູ່ນະຄອນຫຼວງວຽງຈັນ ຢ່າງຕັ້ງໜ້າ ແຕ່ຍັງມີຫຼາຍບັນຫາທີ່ຕ້ອງແກ້ໄຂ.
ວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຢູ່ນະຄອນຫຼວງວຽງຈັນ ໃນໄລຍະຜ່ານມາ, ພາກສ່ວນຕ່າງໆ ກໍໄດ້ສຸມໃສ່ຈັດຕັ້ງປະຕິບັດຢ່າງຕັ້ງໜ້າສາມາດຮັບປະກັນສັງຄົມມີຄວາມເປັນລະ ບຽບຮຽບຮ້ອຍ ໂດຍພື້ນຖານ ແຕ່ກໍຍັງພົບຂໍ້ຄົງຄ້າງຫຼາຍບັນຫາທີ່ຈະຕ້ອງສຸມໃສ່ແກ້ໄຂໃນຕໍ່ໜ້າ.

ໃນບົດສະຫຼຸບວຽກງານດັ່ງກ່າວ ໄດ້ຊີ້ໃຫ້ເຫັນວ່າ: ວຽກງານກໍ່ສ້າງຮາກຖານການເມືອງຢູ່ນະຄອນຫຼວງວຽງຈັນ ຄະນະພັກ-ຄະນະບັນຊາ ຂັ້ນກອງຮ້ອຍ, ຂັ້ນກຸ່ມບໍ່ທັນລົງເລິກຊີ້ນຳວຽກງານຕົວຈິງ, ຈໍານວນໜຶ່ງຍັງຂາດຄວາມເປັນເຈົ້າການ, ມີແນວຄິດລໍຖ້າແຕ່ຄໍາສັ່ງ, ຂາດຄວາມກະຕື້ລືລົ້ນ, ບໍ່ມີຂະບວນການແຂ່ງຂັນກັນເຮັດສໍາເລັດໜ້າທີ່, ສະຕິຕໍ່ການປະຕິບັດຄໍາສັ່ງຂອງຂັ້ນເທິງຍັງບໍ່ເດັດຂາດ, ເຂັ້ມງວດການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຍັງຊັກຊ້າ, ບໍ່ໄປຕາມແຜນການກໍານົດ, ຍັງບໍ່ກໍາແໜ້ນເນື້ອໃນ ແລະ ຄາດໝາຍ, ທັດສະນະຊີ້ນໍາຂອງຂັ້ນເທິງ ແລະ ເປົ້າໝາຍບັນລຸບໍ່ທັນໄດ້ດີຕະຫຼອດຮອດການປຸກລະດົມກໍາລັງແຮງທົ່ວປວງຊົນເຂົ້າຮ່ວມຍັງເຮັດໄດ້ໜ້ອຍ, ຍັງເຮັດບໍ່ທັນເລີກເຊິ່ງ, ກວ້າງຂວາງ ຈໍານວນໜຶ່ງຍັງຂາດນ້ຳໃຈເສຍສະຫຼະເພື່ອສ່ວນລວມ, ແຕ່ແນວຄິດສັງຄົມພັດມີລັກສະນະປົກປ້ອງສູງ.

ນອກນີ້, ຂອດການປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະລະຫວ່າງກໍາລັງ ປກສ ລົງກໍ່ສ້າງຮາກຖານກັບກໍາລັງຂອງອົງການບໍລິຫານການປົກຄອງທຸກຂັ້ນໃນການພ້ອມ ກັນແກ້ໄຂບັນຫາຍັງເຮັດບໍ່ທັນໄດ້ດີ, ການເຂົ້າ ຮ່ວມຂອງຂະແໜງການອ້ອມຂ້າງສູນກາງ ແລະ ທ້ອງຖິ່ນຢູ່ບາງບ້ານບໍ່ທັນເຮັດໄດ້ຢ່າງເຕັມສ່ວນ.

ຄຽງຄູ່ກັນນີ້, ການເຂົ້າຮ່ວມຂອງບັນດາຂະແໜງການໃນການແກ້ໄຂບັນຫາບໍ່ທັນແຂງແຮງ, ງົບປະມານຮັບໃຊ້ບໍ່ພຽງພໍໃນການຈັດພິມເອກະສານວິຊາສະເພາະນັບແຕ່ຂັ້ນຄອບຄົວ, ໜ່ວຍ ແລະ ຂັ້ນບ້ານ ສະພາບແວດລ້ອມ, ດິນຟ້າອາກາດ ເປັນຊ່ວງລະດູຝົນ, ລະດູທໍາການຜະ ລິດຂອງປະຊາຊົນ, ການເຕົ້າໂຮມປະຊຸມບາງຄັ້ງບໍ່ໄດ້ຢ່າງເຕັມສ່ວນ, ຄວາມເປັນເຈົ້າການຂອງອໍານາດການປົກຄອງທ້ອງຖິ່ນບາງບ່ອນຍັງບໍ່ສູງ ແລະ ຄວາມເປັນເຈົ້າການຂອງພະນັກງານກໍ່ສ້າງຮາກຖານຢູ່ບາງບ່ອນບໍ່ທັນເຮັດໄດ້ດີເທົ່າທີ່ຄວນ.

ໃນປີ 2021 ຜ່ານມາ, ປະກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 1.405 ເລື່ອງ, ແກ້ໄຂໄດ້ 1.651 ເລື່ອງ, ກັກຕົວ 2.166 ຄົນ ຍິງ 272 ຄົນ; ໃນນີ້, ຄົນຕ່າງປະເທດ 32 ຄົນ ( ທຽບໃສ່ປີ 2020 ຫຼຸດລົງ 1.330 ເລື່ອງ); ເກີດຂຶ້ນຫຼາຍກວ່າໝູ່ແມ່ນບັນຫາລັກຊັບພົນລະເມືອງ 709 ເລື່ອງ (ໃນນີ້, ລັກລົດຈັກ 586 ເລື່ອງ), ຊິງຊັບ 44 ເລື່ອງ, ປຸ້ນຊັບ 23 ເລື່ອງ, ໂຈລະກໍາຂໍ້ມູນທາງອິນ ເຕີເນັດ 102 ເລື່ອງ, ຊື້-ຂາຍຊັບຜິດກົດໝາຍ 87 ເລື່ອງ, ສໍ້ໂກງຊັບ 72 ເລື່ອງ, ທໍາຮ້າຍຮ່າງກາຍ 58 ເລື່ອງ, ຄາດຕະກຳ 12 ເລື່ອງ, ຊື້້-ຂາຍ ແລະ ມີອາວຸດເສິກໄວ້ໃນຄອບຄອງ 50 ເລື່ອງ, ທໍາລາຍຊັບພົນລະເມືອງ 30 ເລື່ອງ (ທຸບແວ່ນລົດໃຫ່ຍ 8 ເລື່ອງ). ຜົນເສຍຫາຍ: ເງິນມີ 2.714 ລ້ານກວ່າກີບ, ຄໍາຮູບປະພັນໜັກ 1 ກິໂລກຼາມ ກັບ 38 ບາດ, ສາຍແຂນເພັດ 2 ເສັ້ນ, ຄໍາຝຼັ່ງ 11 ບາດ, ເງິນຮູບປະພັນ 28 ບາດ, ສາຍແອວທອງນາກ 3 ເສັ້ນ, ລົດຈັກ 586 ຄັນ, ລົດໃຫ່ຍ 5 ຄັນ, ລົດຖີບ 2 ຄັນ, ປືນສັ້ນ 7 ກະບອກ ພ້ອມລູກ 29 ລູກ, ຄອມພີວເຕີ 33 ໜ່ວຍ, ໂທລະສັບມືຖື 119 ໜ່ວຍ, ໂມງໃສ່ແຂນ 13 ໜ່ວຍ, ກ້ອງຖ່າຍຮູບ 3 ໜ່ວຍ, ໂທລະພາບ 13 ໜ່ວຍ, ພຣະ 22 ອົງ, ໄອແພັດ 6 ໜ່ວຍ, ຕູ້ເຊັບ 6 ໜ່ວຍ, ກ້ອງວົງ ຈອນປິດ 4 ໜ່ວຍ, ແອເຢັນ 18 ໜ່ວຍ ແລະ ບັດເຕີມໂທລະສັບມູນຄ່າ 24.230.000 ກີບ.
ເຈົ້າໜ້າທີ່ສາມາດເກັບກູ້ເຄື່ອງຂອງກາງໄດ້: ຄໍາຮູບປະພັນໜັກ 5 ບາດ, ເງິນ 554 ລ້ານກວ່າ ກີບ, ລົດຈັກ 255 ຄັນ, ລົດໃຫຍ່ 11 ຄັນ, ຄອມ ພີວເຕີຕັ້ງໂຕະ 7 ໜ່ວຍ, ໂທລະສັບມືຖື 37 ໜ່ວຍ, ປືນສັ້ນ 29 ກະບອກ, ປືນເສັ້ນດັດແປງ 5 ກະບອກ, ປືນຍາວ 2 ກະບອກ, ລູກປືນສັ້ນ 502 ລູກ, ລູກປືນຍາວ 54 ລູກ ແລະ ໝາກແຕກ 2 ໜ່ວຍ.
ຕໍ່ສະພາບການດັ່ງກ່າວ, ໃນຕໍ່ໜ້າວຽກງານກໍ່ສ້າງຮາກຖານການເມືອງ ສືບຕໍ່ຮັບປະກັນເຮັດໃຫ້ນະຄອນຫຼວງວຽງຈັນ ມີຄວາມສະຫງົບທາງດ້ານການເມືອງຢ່າງໜັກແໜ້ນ, ມີຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ, ແກ້ໄຂປະກົດການຫຍໍ້ທໍ້ຢູ່ຂັ້ນຮາກຖານບ້ານ ແລະ ຈັດສັນຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງຢູ່ນະຄອນຫຼວງວຽງຈັນ ເພື່ອສ້າງເງື່ອນໄຂພື້ນຖານໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ, ຮັບປະກັນໃຫ້ແກ່ການດຳເນີນກອງປະຊຸມລະດັບຊາດ, ສາກົນ, ແຂກຕ່າງປະເທດທີ່ມາພົບປະຢ້ຽມຢາມ -ທ່ອງທ່ຽວ ແລະ ງານບຸນປະເພນີຕ່າງທີ່ຈະຈັດຂຶ້ນໃນຕໍ່ໜ້າໃຫ້ມີຄວາມສະຫງົບ-ປອດໄພ 100%.