🛑_ປກສ ປາກງື່ມ ຈັບຜົວເມຍ ພ້ອມຜູ້ຊັດທອດ._______________

ວັນທີ 14 ມີນາ 2022 ເວລາປະມານ 17:00 ໂມງ ໜ່ວຍງານວິຊາສະເພາະ ປກສ ເມືອງ ປາກງື່ມ ນະຄອນຫລວງວຽງຈັນ ໄດ້ສືບຮູ້ການເຄື່ອນໄຫວ ຄ້າຂາຍຢາເສບຕິດ ໂດຍນຳໃຊ້ລົດກະບະ.

_

ຈາກນັ້ນ ຈິ່ງລົງເຄື່ອນໄຫວຕິດຕາມຈັບເປົ້າຫມາຍ ຜົວເມຍ ພ້ອມຢາບ້າ ຈຳນວນ 5 ຖົງ ຈຳນວນ 1.000 ເມັດ..

_

ເຈົ້າຫນ້າທີ່ ປກສ ເມືອງປາກງື່ມ ໃຫ້ຂໍ້ມູນວ່າ: ພາຍຫຼັງສືບຮູ້ຈະມີການເຄື່ອນໄຫວຄ້າຂາຍຢາເສບຕິດ ຈິ່ງຈັດຕັ້ງເຈົ້າຫນ້າທີ່ລົງເຄື່ອນໄຫວແກ້ໄຂເປົ້າໝາຍຢູ່ລະຫ່ວາງເສັ້ນທາງນາຊອນ ຫາ ບ້ານ ໝາກນາວ ເມືອງ ປາກງື່ມ ສາມາດຈັບໄດ້ຜູ້ຖືກຫາສອງຄົນຊື່ ທ້າວ ຄໍາພັນ ແສງພະຈັນ 34 ປີ ແລະ ນາງ ບົວສອນ ແກ້ວວິໄຊ ຫຼື ຝົນ 24 ປີ ຜົວເມຍ ບ້ານເວີນແຄນ ເມືອງປາກງື່ມ ບ້ານພ້ອມຂອງກາງຢາບ້າຈໍານວນ 5 ຖົງ(1.000 ເມັດ ) ດໍາເນິນຄະດີ..

ເຈົ້າຫນ້າທີ່ ເປີດເຜີຍຕື່ມວ່າ: ພວກກ່ຽວແມ່ນເປົ້າຫມາຍຕິດຕາມຂອງ ປກສ ເມືອງປາກງື່ມ ສ່ວນຢາບ້າແມ່ນຊື້ມາຈາກໝູ່ເຄີຍຄ້າຂາຍມາກ່ອນຢູ່ບ້ານດຽວກັນຈາກນັ້ນກໍຂະຫຍາຍຜົນນໍາຈັບຕົວທີ່ຊັດທອດຊື່ທ້າວໄທຊົງ ໄດ້ຂອງກາງຢາບ້າຈໍານວນ 200 ເມັດ..

ຂ່າວ: ບຸນຖິນ