ໂສມໜ້າໂຈນທີ່ດຶ່ງສາຍຄໍຄໍາໜ້າວຽງຈັນເຊັນເຕີ

#ໂສມໜ້າໂຈນທີ່ດຶ່ງສາຍຄໍຄໍາໜ້າວຽງຈັນເຊັນເຕີ

ຊ່ວງນີ້ອີ່ຍັງກະຂື້ນເຮັດໃຫ້ໂຈນມັນກໍເຫດ ໂດຍສະເພາະຄໍາບາດລະເກືອບ12ລ້ານ ໃຫ້ພາກັນລະມັດລະວັງມີສະຕິລະວັງຕົວກັນເດີພໍ່ແມ່ພີ່ນ້ອງບ້ານເຮົານັບມື້ນັບແຮງ.

_

ຜູ້ກໍ່ເຫດດຶງສາຍຄໍຄຳຢູ່ໜ້າວຽງຈັນ ເຊັນເຕີ ເຄີຍດຶງມາແລ້ວຮອບໜຶ່ງຢູ່ ບ້ານຫ້ອມໃຕ້ທ່ານ ພັທ ອິນປັນ ຫາດາວເຮືອງ ຮອງຫົວໜ້າ ກອງບັນຊາການ ປກສ ເມືອງສີສັດຕະນາກ ລາຍງານວ່າ: ເວລາ 15 ໂມງ ຂອງວັນທີ 18 ມີນາ 2022 ຜ່ານມາ ໄດ້ໂຈນຊີງຊັບ ນີ້ ຢູ່ທີ່ຖະໜົນຄູ ວຽງ ໜ້າສູນການຄ້າວຽງຈັນເຊັນເຕີ

#ພາບຕອນດຶງສາຍຄໍຄຳ

_

ຜູ້ກໍ່ເຫດຊື່ ທ້າວ ພະນົມພອນ ອາຍຸ 30 ປີ ອາຊີບພະນັກງານ ບ້ານໂພນສະຫວາດ ເມືອງສີໂຄດຕະບອງ ນວ.

ຜູ້ກ່ຽວໃຫ້ການວ່າ ຕົນເອງໄດ້ຂັບຂີ່ອອກຈາກບ້ານ ເລາະໄປຕາມຖະໜົນ ພໍຮອດໜ້າສູນການຄ້າ ວຽງຈັນເຊັນເຕີ ພົບເຫັນ ເປົ້າໝາຍກຳລັງຍ່າງ ຂ້າມທາງ ຈິ່ງໄດ້ລົງມືດຶງສາຍຄໍຂອງ ນາງ ແລະ ຈະ ເອົາຕົວຫລົບໜີ ແຕ່ມີພົນລະເມືອງດີ ຈຳນວນຫຼາຍຄົນເຂົ້າສະກັດກັ້ນຈັບສົ່ງຕົວໃຫ້ ກອງບັນຊາການ ປກສ ເມືອງສີສັດຕະນາກ ດຳເນີນຄະດີຕາມກົດໝາຍ.

ກອ່ນໜ້ານີ້ ໃນ ເດືອນ ມີນາ 2022 ຜູ້ກ່ຽວເຄີຍ ເຄື່ອນໄຫວຍາດຊີງຊັບຜູ້ຍີງນັ່ງຂາຍໝາກເບັງ ແຄມທາງ ເຂດບ້ານຫອມໃຕ້ ເມືອງຫາດຊາຍ ຟອງ ໄດ້ສາຍຄຳ 1 ບາດ ແລະ ໄດ້ລົງມືອີກ ແຕ່ ເທື່ອນີ້ໂຊກບໍ່ເຂົ້າຂ້າງ ຖືກຈັບໄດ້.

ເບິ່ງຄຣິບ ຕອນດຶງສາຍຄໍ

Cr:ລາວພັດທະນາ

Related Posts

Leave a Reply

Your email address will not be published. Required fields are marked *