ມູນນິທິອາສາ ສ ເກົາຫລີ ມອບລົດສຸກເສີນ ໃຫ້ສະພາແຫ່ງຊາດລາວ
ຂປລ/ສພຊ. ໃນວັນທີ 22 ມີນາ 2022 ຜ່ານມາ, ຢູ່ສະພາແຫ່ງຊາດ, ນະຄອນຫລວງວຽງຈັນ, ມູນນິທິອາສາ (ASA) ສ ເກົາຫລີ ໄດ້ມອບລົດຊ່ວຍເຫລືອ (ລົດສຸກເສີນ) ຈຳນວນ 10 ຄັນ ລວມມູນຄ່າ 300.000 ກວ່າໂດລາສະຫະລັດ ໃຫ້ແກ່ສະພາແຫ່ງຊາດລາວ ເພື່ອມອບຕໍ່ໃຫ້ແຂວງວຽງຈັນ, ແຂວງສາລະວັນ ແລະ ອົງການກາແດງລາວ

ຕ່າງໜ້າມອບໂດຍ ທ່ານ ຈີອອງ ຊຸງ ຈິນ(Jeong Sung Jin) ປະທານມູນລະນິທິອາສາ (ASA) ສ ເກົາຫລີ ແລະ ຕາງໜ້າຮັບໂດຍ ທ່ານ ບຸນທັນ ບຸນວິໄລ ຮອງເລຂາທິການສະພາແຫ່ງຊາດລາວ ໂດຍມີ ທ່ານ ອິມ ມູຮົງ (Im Moohong) ເອກອັກຄະລັດຖະທູດ ແຫ່ງ ສ ເກົາຫລີ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ພ້ອມກັນນີ້, ກໍໄດ້ເຊັນສັນຍາການຮ່ວມມືຊ່ວຍເຫລືອ 5 ປີ ລະຫວ່າງ ມູນນິທິອາສາ (ASA) ສ ເກົາຫລີ ແລະ ສະພາແຫ່ງຊາດລາວ ເພື່ອເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ເກົາຫລີ.

ໂອກາດນີ້, ທ່ານ ອິມ ມູຮົງ ພ້ອມດ້ວຍຄະນະມູນລະນິທິອາສາ ສ ເກົາຫລີ ຍັງໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ ເພື່ອລາຍງານຈຸດປະສົງທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ພ້ອມສະເໜີຂໍເປີດສາຂາມູນນິທິອາສາ ຢູ່ ສປປລາວ ແລະ ປືກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ.
ຂ່າວ-ພາບ: ກົງທະນູຄຳ ພິພັດເສລີ